ອິດສະຣາແອນອາດຈະບຸກໂຈມຕີ ເຂດກາຊາ

ອິດສະຣາແອນອາດຈະບຸກໂຈມຕີ ເຂດກາຊາ - ảnh 1

(ພາບ: laodong.com.vn)

(VOV)- ​ວັນ​ທີ 22/11, ທ່ານ Ehud Barak ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິດສະ​ຮາ​ແອນ ກ່າ​ວ​ເຕືອນ​ວ່າ, ປະ​ເທດ​ນີ້​ອາດ​ຈະ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​​ເຂົ້າເຂດກາຊາ ຄືນ​ໃໝ່​ໃນ​ບໍ່​ວ່າ​ຈຸດ​ເວລາ​ໃດ ຖ້າ​ຫາກ​ວ່າ​ຂໍ້​ຕົກລົງ​ຢຸດ​ຍິງ​ກັບ​ຂະ​ບວນການ​ອິດສະ​ລາມ​ປະກອບ​ອາວຸດ​ຮາ​ມາສ ຖືກ​ປະລາ​ໄຊ. ທ່ານ Ehud Barak ​ໄດ້​ຍົກ​ອອກ​ຄຳ​ກ່າວ​ເຕືອນ​ດັ່ງກ່າວ ພາຍຫຼັງ​ຂໍ້​ຕົກລົງ​ຢຸດ​ຍິງ​ລະຫວ່າງ​ອຳນາດ​ການ​ປົກຄອງ​ອິດສະຣາ​ແອນ ​ແລະ ຮາ​ມາສ ຊື່​ງພວມ​ຄວບ​ຄຸມ​ເຂດ​ກາ​ຊາ ​ມີ​ຜົນ​ສັກສິດ​ນັບ​ແຕ່​ເວລາ 19 ​ໂມງ ຂອງ​ວັນ​ທີ 22/11 ຕາມ​ໂມງ GMT ​​ຖືກ​ລະ​ເມີ​ດດ້ວຍ​ການ​ຍິງ​ລູກ​ຈະ​ຫຼວດ 12 ລູກ​ຈາກ​ເຂດ​ກາຊາ ​ໃສ່​ເຂດ​ດິນ​ແດນ​ຂອງ​ອິດສະ​ຣາ​ແອນ ພຽງ 2,3 ຊົ່ວ​ໂມງ​ . ທ່ານ Ehud Barak ຖື​ວ່າ, ​ໃນ​ກໍລະນີ​ທີ່​ບັນດາ​ການ​ຍິງ​ລູກປືນ​ໃຫ່ຍ ​ແລະ ການ​ເກາະ​ຜິດສືບ​ຕໍ່​ເກີດ​ຂຶ້ນ, ອິດສະຣາ​ແອນ ​ຈະ​ພິຈາລະນາ​ຄວາມ​ສາມາດ​ສືບ​ຕໍ່​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ຕ່າງໆ​ຢູ່​ເຂດ​ກາຊາ ຍ້ອນ​ວ່າ ຂໍ້​ຕົກລົງ​ຢຸດ​ຍິງ​ດັ່ງກ່າວ​ບໍ່​ແມ່ນ​ສົນທິສັນຍາ​ທາງ​ການ​ລະຫວ່າງອິດສະຣາ​ແອນ ​ແລະ ຮາ​ມາສ ທີ່ບັນລຸ​ໄດ້​ຜ່ານ​ການ​ເຈ​ລະຈາ.

ຂ່າວ/ບົດ​ອື່ນ