ອິດສະລະແອນມ້າງຮື້ເຮືອນຂອງຊາວປາເລັດສະຕິນຢູ່ເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນແລະເຢລູຊະແລມຕາເວັນອອກ

(VOVWORLD) -ວັນທີ 12 ທັນວາ, ອຳນາດການປົກຄອງປາເລັດສະຕິນ ໄດ້ຊົມເຊີຍບົດລາຍງານສະບັບໃໝ່ ຂອງຫ້ອງການປະສານງານບັນດາບັນຫາມະນຸດສະທຳ ຂອງສະຫະປະຊາຊາດ ຫຼື OCHA ກ່ຽວກັບເລື່ອງອິດສະລະແອນມ້າງຮື້ບັນດາຕຶກເຮືອນຂອງຊາວປາເລັດສະຕິນຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ເຢລູສະແລມຕາເວັນອອກ
 ອິດສະລະແອນມ້າງຮື້ເຮືອນຂອງຊາວປາເລັດສະຕິນຢູ່ເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນແລະເຢລູຊະແລມຕາເວັນອອກ - ảnh 1ເຮືອນຫຼັງໜຶ່ງຂອງຊາວປາເລັດສະຕິນ ຖືກອິດສະລະແອນມ້າງຮື້

ໃນຖະແຫຼງການສະບັບໜຶ່ງກະຊວງການຕ່າງປະເທດປາເລັດສະຕິນໄດ້ຊີ້ແຈ້ງວ່າເລື່ອງອິດສະລະແອນປີນຂັ້ນໄດຢຶດຄອງແລະມ້າງຮື້ເຮືອນຊານຂອງຊາວປາເລັດສະຕິນໄດ້ຂັດຂວາງທຸກໂອກາດທີ່ດີແນໃສ່ບັນລຸສັນຕິພາບແລະສະຖຽນລະພາບໃນພາກພື້ນ.

   ໃນວັນດຽວກັນອົງການປົດປ່ອຍປາເລັດສະຕິນ (PLO) ໄດ້ກ່າວຫາອິດສະລະແອນ ເປີດກວ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ ຢູ່ເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນດ້ວຍວິທີກໍ່ສ້າງທາງນັບ 10 ສາຍລະຫວ່າງເຂດບັນດາເຂດຕັ້ງຖິ່ນຖານຄົງທີ່. PLO ໃຫ້ຮູ້ວ່າການກໍ່ສ້າງບັນດາເສັ້ນທາງນີ້ ກໍ່ແມ່ນສັນຍານທີ່ຈະແຈ້ງສະແດງໃຫ້ເຫັນເລື່ອງອິດສະລະແອນ ພວມສືບຕໍ່ປະຕິບັດແຜນການຄວບບັນດາບໍລິເວນຂອງເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນເຂົ້າດິນແດນຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ