ອີຕາລີປາດຖະໜາຢາກໃຫ້ຫວຽດນາມສືບຕໍ່ແມ່ນຂົວເຊື່ອມຕໍ່ກັບພາກພື້ນອາຊຽນ

(VOVWORLD) - “ອີຕາລີປາດຖາຢາກໃຫ້ ຫວຽດນາມ ສືບຕໍ່ແມ່ນຂົວເຊື່ອມຕໍ່ກັບພາກພື້ນອາຊຽນ”. ນີ້ແມ່ນຄຳກ່າວປາໄສຂອງທ່ານຮອງລັດຖະມົນຕີກະຊວງນະໂຍບາຍກະສິກຳ, ທັນຍາຫານ ແລະ ປ່າໄມ້ອີຕາລີ Andrea Olivero ທີ່ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ

ອີຕາລີປາດຖະໜາຢາກໃຫ້ຫວຽດນາມສືບຕໍ່ແມ່ນຂົວເຊື່ອມຕໍ່ກັບພາກພື້ນອາຊຽນ - ảnh 1 ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຕາລີ ກາວຈິ໋ງທ້ຽນ

(ພາບ: TTXVN)

“ຫວຽດນາມ: ປະຕູໄປເຖິງອາຊີ - ກາລະໂອກາດໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງອີຕາລີ” ຢູ່ Rome ໃນວັນທີ 23 ມັງກອນ. ທີ່ກອງປະຊຸມສຳມະນາ, ໂດຍຫ້ອງການການຄ້າອີຕາລີ - ຫວຽດນາມ ສົມທົບກັບສະຖານທູດຫວຽດນາມ ປະຈຳອີຕາລີ ຈັດຕັ້ງ, ໂດຍມີການເຂົ້າຮ່ວມຂອງຜູ້ຈາງໜ້າວິສາຫະກິດອີຕາລີ ຫຼາຍຄົນ ທີ່ພວມສົນໃຈເຖິງຕະຫຼາດຫວຽດນາມ. ຕາມທ່ານ Olivero ແລ້ວ, ລັດຖະບານອີຕາລີ ມີຄວາມເພິ່ງພໍໃຈທີ່ສຸດຕໍ່ທ່າພັດທະນາຄືໃນປະຈຸບັນໃນການພົວພັນ 2 ຝ່າຍ. ວົງເງິນການຄ້າ 2 ຝ່າຍເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງໃນໄລຍະມໍ່ໆມານີ້, ພິເສດນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດເມື່ອປີ 2013. ຫວຽດນາມ ໄດ້ພິສູດໃຫ້ເຫັນວ່າ ແມ່ນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈຂອງອີຕາລີ ໃນພາກພື້ນ.

        ສ່ວນທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຕາລີ ກາວຈິ໋ງທ້ຽນ, ຢືນຢັນວ່າ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃຫ້ແກ່ການລົງທຶນ ແລະ ດຳເນີນທຸລະກິດ. ຫວຽດນາມ ກໍ່ແມ່ນປະຕູອອກສູ່ກັບຕະຫຼາດອາຊຽນ. ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດານັກລົງທຶນອີຕາລີ ສືບຕໍ່ນຳເຕັກໂນໂລຊີ ພ້ອມກັບບັນດາປະເພດສິນຄ້າທີ່ມີຄຸນນະພາບສູງເຂົ້າມາຕະຫຼາດຫວຽດນາມ ກໍ່ຄືຕະຫຼາດອາຊຽນ ນັບມື້ນັບຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ