ອິນເດຍ ຊຸກຍູ້ການພົວພັນທຸກດ້ານກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - ທ່ານນາງລັດຖະມົນຕີການຕ່າງປະເທດ ອິນເດຍ Susham Swaraj ພວມມີການຢ້ຽມຢາມເຖິງ 3 ປະເທດອາຊີຕາເວັນອອກສ່ຽງໃຕ້ ລວມມີ: ໄທ, ອິນໂດເນເຊຍ ແລະ ສິງກະໂປ,

ໃນຄວາມມານະພະຍາຍາມພັດທະນາບັນດາການພົວພັນຫລາຍດ້ານຕາມຂອບເຂດນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ” ຂອງ ອິນເດຍ. ວັນທີ 05 ມັງກອນ ທ່ານລັດຖະມົນຕີການຕ່າງປະເທດ Swaraj ໄດ້ມີການພົບປະກັບທ່ານຮອງປະທານາທິບໍດີ ອິນໂດເນເຊຍ Muhammad Jusuf Kalla ແລະ ເຈລະຈາກັບຄູ່ຕຳແໜ່ງຂອງປະເທດນີ້ ທ່ານ Retno Marsudi ເພື່ອປຶກສາຫາລືບັນດາວິທີການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ. ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ Marsudi, 2 ຝ່າຍຢືນຢັນຄືນໃໝ່ຄວາມປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືໃນທຸກຂົງເຂດ. ທ່ານນາງ Swaraj ຈະເປັນປະທານຮ່ວມກອງປະຊຸມຄັ້ງທີ 5 ຄະນະກຳມະການປະສົມ ອິນເດຍ - ອິນໂດເນເຊຍ ກັບທ່ານລັດຖະມົນຕີການຕ່າງປະເທດ Marsudi. ລັດຖະມົນຕີການຕ່າງປະເທດ 2 ທ່ານກໍ່ຈະໄຂກອງປະຊຸມ ຕາໜ່າງບັນດາອົງການເສນາທິການ ອາຊຽນ ແລະ ອິນເດຍ ຄັ້ງທີ 2.

ຕອບກັບ

ຂ່າວ/ບົດ​ອື່ນ