ອິນ​ເດຍ ເປີດ​ຕົວ​ໂຄງ​ການ​ຄົ້ນ​ຄວ້າ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ພຸດ​ທະ​ສາ​ສະ​ໜາ​ກັບ​ບັນ​ດາ​ປະ​ເທດ ອາ​ຊ​ຽນ ແລະ ອາ​ຊີ​ຕາ​ເວັນ​ອອກ

(VOVWORLD) -ວັນທີ 23 ກຸມພາ, ອິນເດຍ ໄດ້ເປີດຕົວໂຄງການຄົ້ນຄວ້າ ແລະ ແນະນຳກ່ຽວກັບການເຊື່ອມຕໍ່ພຸດທະສາສະໜາກັບບັນດາປະເທດ ອາຊຽນ ແລະ ອາຊີຕາເວັນອອກຢ່າງເປັນທາງການ. 

ໃນພິທີທີ່ດຳເນີນຢູ່ນະຄອນຫຼວງ ນິວເດລີ, ກະຊວງການຕ່າງປະເທດ ອິນເດຍ ໄດ້ແນະນຳປຶ້ມຄຳສູດ ສະບັບພາສາໄທ, ພາສາ ເກົາຫຼີ, ພາສາ ຫວຽດ ແລະ ພາສາ ຈີນ. ອິນເດຍ ກໍເປີດນໍາໃຊ້ຊຸດປຶ້ມເອເລັກໂຕນິກທີ່ພັນລະນາກ່ຽວກັບສາຍສຳພັນຂອງພຸດທະສາສະໜາກັບບັນດາປະເທດ ອາຊຽນ ແລະ ອາຊີຕາເວັນອອກ.

     ອິນເດຍ ໄດ້ຮັບຖືວ່າ ເປັນບ່ອນກຳເນີດຂອງພຸດທະສາສະໜາ ມີອິດທິພົນຢູ່ຫຼາຍປະເທດ ອາຊີຕາເວັນອອກ. ທີ່ພິທີດັ່ງກ່າວ, ຫໍພິພິທະພັນແຫ່ງຊາດ ອິນເດຍ ກໍໄດ້ເປີດງານວາງສະແດງດ້ວຍຫົວຂໍ້: “ໂພທິຈິດ: ການສົມທົບລະຫວ່າງສິລະປະພຸດທະສາສະໜາມູນເຊື້ອມາຈາກ ອິນເດຍ ໄປທົ່ວທະວີບ ອາຊີ”. ພິທີໄດ້ເປີດຕົວຜະລິດຕະພັນທີ່ເປັນມູນເຊື້ອ ໃນລະບົບການເຄື່ອນໄຫວສະເຫຼີມສະຫຼອງວັນເອກະລາດຂອງ ອິນເດຍ ຄົບຮອບ 75ປີ ໃນປີ 2022. ນີ້ແມ່ນໂອກາດເພື່ອໃຫ້ ອິນເດຍ ແນະນຳສູ່ໂລກ ກ່ຽວກັບປະຊາຊົນ, ວັດທະນະທຳ ແລະ ຜົນງານຂອງປະເທດນີ້ໃນປະຫວັດສາດທີ່ສະຫງ່າງາມ.

ນັກຂ່າວ VOV  ປະຈຳ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ