ອິນ​ເດຍ ແລະ ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ຣົບ ເລີ່ມ​ເຈ​ລະ​ຈາ​ສັນ​ຍາ FTA

(VOVWORLD) - ບັນດາສັນຍາ FTA ຈະນຳມາເຊິ່ງໂອກາດສຳຜັດກັບຕະຫຼາດໃຫຍ່ກວ່າໃຫ້ແກ່ສິນຄ້າ ແລະ ການບໍລິການຂອງ ອິນເດຍ.
ອິນ​ເດຍ ແລະ ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ຣົບ ເລີ່ມ​ເຈ​ລະ​ຈາ​ສັນ​ຍາ FTA - ảnh 1(ພາບປະກອບ:  thepolicytimes.com) 

ອິນເດຍ ແລະ ສະຫະພັນເສດຖະກິດ ອາຊີ - ເອີຣົບ (EEU) ເຊິ່ງລວມມີ 5 ປະເທດ: ອາກເມເນຍ, ເບລາຣຸດ, ກາຊັກສະຖານ, ກຽກກິດສະຖານ ແລະ ລັດເຊຍ ໄດ້ເລີ່ມດໍາເນີນການເຈລະຈາກ່ຽວກັບສັນຍາການຄ້າເສລີ (FTA) ເພື່ອແນໃສ່ຊຸກຍູ້ການພົວພັນດ້ານເສດຖະກິດ. ບັນດາອົງການເຈົ້າໜ້າທີ່ຂັ້ນສູງຂອງທັງສອງຝ່າຍໄດ້ຈັດບັນດາວາລະປຶກສາຫາລືລະອຽດ ໃນວັນທີ 28 ມີນາ ເພື່ອປຶກສາຫາລືກ່ຽວກັບການເລີ່ມເຈລະຈາຢ່າງເປັນທາງການ. ຕາມສັນຍາແລ້ວ, ສອງຝ່າຍ ຫຼື ຫຼາຍຄູ່ຮ່ວມມືການຄ້າ ຈະລົບລ້າງ ແລະ ຫຼຸດຜ່ອນອັດຕາພາສີສຳລັບປະລິມານສິນຄ້າທີ່ບັນດາຝ່າຍໄດ້ທຳການທຸລະກຳໃຫ້ໄດ້ຫຼາຍທີ່ສຸດ. ບັນດາສັນຍາແບບນີ້ ຈະນຳມາເຊິ່ງໂອກາດສຳຜັດກັບຕະຫຼາດທີ່ໃຫຍ່ກວ່າໃຫ້ແກ່ສິນຄ້າ ແລະ ການບໍລິການຂອງ ອິນເດຍ. ຕາມການຄິດໄລ່ແລ້ວ, ບັນດາບໍລິສັດສົ່ງອອກໃນຂົງເຂດສິນຄ້າເຕັກນິກ, ເອເລັກໂຕນິກ ແລະ ການກະເສດ ຂອງ ອິນເດຍ ອາດສາມາດໄດ້ຮັບຜົນປະໂຫຍດຈາກສັນຍາດັ່ງກ່າວ.

ຢຸງຮວ່າງ - ນັກຂ່າວ VOV ປະຈຳ New Delhi

ຕອບກັບ

ຂ່າວ/ບົດ​ອື່ນ