ອິນເດຍ ແລະ ອາຊຽນ ສາມາດຮ່ວມມືພັດທະນາລະບົບຊີວະພາບພະລັງງານຜະລິດຄືນໃໝ່

(VOVWORLD) -ກອງປະຊຸມຂັ້ນສູງດັ່ງກ່າວຖືກດຳເນີນໃນລະຫວ່າງວັນທີ 07 – 08 ກຸມພາ, ໃນນັ້ນສຸມໃສ່ຫົວຂໍ້ “ບົດຮຽນ ແລະ ບັນດາການປ່ຽນແປງໃໝ່ປະດິດຄິດສ້າງໃຫ້ແກ່ຕະຫຼາດພະລັງງານຜະລິດຄືນໃໝ່ເປັນໜຶ່ງດຽວ”.
ອິນເດຍ ແລະ ອາຊຽນ ສາມາດຮ່ວມມືພັດທະນາລະບົບຊີວະພາບພະລັງງານຜະລິດຄືນໃໝ່ - ảnh 1
(ພາບປະກອບ: TTXVN)

ວັນທີ 07 ກຸມພາ, ທ່ານລັດຖະມົນຕີກະຊວງໄຟຟ້າ ແລະ ພະລັງງານໃໝ່ & ພະລັງງານຜະລິດຄືນໃໝ່ ອິນເດຍ R.K.Singh ຖືວ່າ, ອິນເດຍ ແລະ ອາຊຽນ ສາມາດຮ່ວມມືກັນພັດທະນາລະບົບຊີວະພາບພະລັງງານຜະລິດຄືນໃໝ່ (RE) ແລະ ຄົ້ນຄວ້າຂໍ້ລິເລີ່ມລວມ ເພື່ອສ້າງສູນຜະລິດພະລັງງານຜະລິດຄືນໃໝ່, ທ່ານລັດຖະມົນຕີ Singh ຢືນຢັນວ່າ, ປະເທດ ອາຊີໃຕ້  ແລະ ອາຊຽນ ສາມາດຮ່ວມມືພັດທະນາທັງລະບົບຊີວະພາບຜະລັງງານຜະລິດຄືນໃໝ່ - ເຊິ່ງຈະຊຸກຍູ້ການເຄື່ອນໄຫວແບ່ງປັນຄວາມຮູ້, ຍົກສູງກຳລັງຄວາມສາມາດ ແລະ ໜູນຊ່ວຍດ້ານເຕັກນິກ, ກໍຄືຂຸດຄົ້ນຂໍ້ລິເລີ່ມລວມ ເພື່ອພັດທະນາສູນຜະລິດພະລັງງານຜະລິດຄືນໃໝ່ຢູ່ພາກພື້ນ.

        ກອງປະຊຸມຂັ້ນສູງດັ່ງກ່າວຖືກດຳເນີນໃນລະຫວ່າງວັນທີ 07 – 08 ກຸມພາ, ໃນນັ້ນສຸມໃສ່ຫົວຂໍ້ “ບົດຮຽນ ແລະ ບັນດາການປ່ຽນແປງໃໝ່ປະດິດຄິດສ້າງໃຫ້ແກ່ຕະຫຼາດພະລັງງານຜະລິດຄືນໃໝ່ເປັນໜຶ່ງດຽວ”.

ຕອບກັບ

ຂ່າວ/ບົດ​ອື່ນ