ອິນເດຍ ໜູນຊ່ວຍໂຄງການແຫຼ່ງນ້ຳໃຫ້ແກ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

(VOVWORLD) -  ສະຖານກົງສູນໃຫຍ່ ອິນເດຍ ປະຈຳນະຄອນ ໂຮ່ຈີມິນ ແລະ ຜູ້ຕາງໜ້າຂອງ 4 ແຂວງດັ່ງກ່າວ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ 7 ສະບັບ ສຳລັບ 7 ໂຄງການ (ແຕ່ລະໂຄງການມີມູນຄ່າ 50.000 USD).
ອິນເດຍ ໜູນຊ່ວຍໂຄງການແຫຼ່ງນ້ຳໃຫ້ແກ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ - ảnh 1ອິນເດຍ ໜູນຊ່ວຍໂຄງການແຫຼ່ງນ້ຳໃຫ້ແກ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ (ພາບ: baodautu.vn)

  ວັນທີ 23 ກັນຍາ, ທີ່ນະຄອນ ເກິນເທິ ໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການໜູນຊ່ວຍ, ພັດທະນາແຫຼ່ງນ້ຳຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ຕາມນັ້ນແລ້ວ, ລັດຖະບານ ອິນເດຍ ຈະໜູນຊ່ວຍ 7 ໂຄງການກ່ຽວກັບການຄຸ້ມຄອງແຫຼ່ງນ້ຳຢູ່ 4 ແຂວງເຂດທົ່ງພຽງແມ່ນ້ຳຂອງ ລວມມີ: ເບັນແຈ, ເຮົ້າຢາງ, ກຽນຢາງ ແລະ ຕ່ຽນຢາງ ລວມມູນຄ່າ 350.000 USD.

        ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ Pranay Verma ໃຫ້ຮູ້ວ່າ: ການຮ່ວມມືພັດທະນາ ແມ່ນເສົາຄ້ຳສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ອິນເດຍ  ແລະ ຫວຽດນາມ. ການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດແມ່ນແບບຢ່າງທີ່ປະສົບຜົນສຳເລັດ ກ່ຽວກັບການໜູນຊ່ວຍລະບອບລະບຽບການ ແລະ ຍົກສູງກຳລັງຄວາມສາມາດໃນບັນດາຂົງເຂດຫລາຍຮູບຫລາຍແບບໃນຫລາຍປີ, ໃນນັ້ນ ມີບັນດາສູນຄົ້ນຄວ້າແຖວໜ້າຄື: ສະຖາບັນຄົ້ນຄວ້າກ່ຽວກັບເຂົ້າຢູ່ເຂດທົ່ງພຽງແມ່ນ້ຳຂອງ.

        ທີ່ພິທີ, ສະຖານກົງສູນໃຫຍ່ ອິນເດຍ ປະຈຳນະຄອນ ໂຮ່ຈີມິນ ແລະ ຜູ້ຕາງໜ້າຂອງ 4 ແຂວງດັ່ງກ່າວ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ 7 ສະບັບ ສຳລັບ 7 ໂຄງການ (ແຕ່ລະໂຄງການມີມູນຄ່າ 50.000 USD).

ຕອບກັບ

ຂ່າວ/ບົດ​ອື່ນ