ອິນເດຍມຸ່ງໄປເຖິງການຊຸກຍູການພົວພັນກັບອາຊຽນຢ່າງແຮງ

(VOVWORLD) -ວັນທີ 13 ທັນວາ ຢູ່ ອິນເດຍ ໄດ້ດຳເນີນກອງປະຊຸມກ່ຽວກັບ 25 ປີແຫ່ງການພົວພັນຄູ່ຮ່ວມມື ອິນເດຍ ແລະ ອາຊຽນ.


ທ່ານ ໂຕນຊີງແທ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສທີ່ກອງປະຊຸມ.

ໃນບົດກ່າວປາໄສ, ທ່ານ ເອກອັກຄະລັດຖະທູດ ໂຕນຊີງແທ່ງ ຖືວ່າ ການຮ່ວມມືລະຫວ່າງ ອິນເດຍ ແລະ ອາຊຽນ ບໍ່ພຽງແຕ່ເພີ່ມເຕີມເຊິ່ງກັນ ແລະກັນ ເພື່ອພັດທະນາຢ່າງແຮງກວ່າ ເທົ່ານັ້ນ ຫາກຍັງກາຍເປັນກຳລັງແຮງ ນຳມາເຊິ່ງທ່າໄດ້ປຽບໃຫຍ່. ຕາມທ່ານ ໂຕນຊີງແທ່ງ ແລ້ວ, ແຜນການສັງລວມກ່ຽວກັບການເຊື່ອມຕໍ່ ອາຊຽນ ໄດ້ວາງອອກ 5 ຂົງເຂດ ຍຸດທະສາດ ພ້ອມກັບນະໂຍບາຍ “ການກະທຳມຸ່ງໄປເຖິງທິດຕາເວັນອອກ” ຂອງອິນເດຍ ແລະ ວາງເປົ້າໝາຍເພີ່ມທະວີການເຊື່ອມຕໍ່ກັບ ອິນເດຍ. ທ່ານເອກອັກຄະລັດຖະທູດ ຖືວ່າ ກອງປະຊຸມ ຈະຊ່ວຍຊຸກຍູ້ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ ກວ່າອີກ ແລະ ແມ່ນເຫດການສຳຄັນກ່ອນທີ່ດຳເນີນກອງປະຊຸມຂັ້ນສູງສະເຫລີມສະຫລອງ ວັນສ້າງຕັ້ງການພົວພັນຄູ່ຮ່ວມມືຄູ່ເຈລະຈາ ອາຊຽນ - ອິນເດຍ ຊື່ງຄາດວ່າຈະຈັດຕັ້ງ ຢູ່ New Delhi ໃນເດືອນມັງກອນປີ 2018. ສ່ວນທ່ານ Dharmendra Pradhan ລັດຖະມົນຕີກະຊວງນ້ຳມັນອາຍແກສ, ພັດທະນາທັກສະ ແລະ ວິສ າຫະກິດ ອິນເດຍ ຖືວ່າ ອາຊຽນ ແມ່ນພາກພື້ນບ້ານໃກ້ເຮືອນຄຽງ ເປີດກວ້າງ ແລະ ເພີ່ມທະວີການເຊື່ອມຕໍ່ກັບ ອາຊຽນ ມີຄວາມໝາຍສຳຄັນໃນການຊຸກຍູ້ບັນດາການພົວພັນທາງການທູດ, ເສດຖະກິດ ແລະ ວັດທະນະທຳ ລະຫວ່າງ ອິນເດຍ ກັບບັນດາສະມາຊິກ ຂອງອາຊຽນ. 


ຕອບກັບ

ຂ່າວ/ບົດ​ອື່ນ