ອິນໂດເນເຊຍ ຍົກເລີກການຈຳກັດສິດເປີດຊົມສື່ສັງຄົມອອກລາຍ

(VOVWORLD) -ວັນທີ 25 ພຶດສະພາ, ອິນໂດເນເຊຍ ໄດ້ຍົກເລີກການຈຳກັດສິດເປີດຊົມສື່ສັງຄົມອອກລາຍໂດຍຊົ່ວຄາວ ເຊິ່ງໄດ້ຈັດວາງກ່ອນໜ້ານັ້ນເປັນເວລາ 2 - 3 ວັນ

ເພື່ອແນໃສ່ສະກັດກັ້ນການແຜ່ລາມບັນດາຂໍ້ມູນຂ່າວສານບໍ່ມີຄວາມຈິງ ໃນໄລຍະເກີດບັນດາການໃຊ້ຄວາມຮຸນແຮງ ພາຍຫຼັງໝາກຜົນການປ່ອນບັດເລືອກຕັ້ງປະທານາທິບໍດີ 2019 ຢູ່ອິນໂດເນເຊຍ ໄດ້ປະກາດ. ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານ Semuel Abrijani Pangerapan, ເຈົ້າໜ້າທີ່ຂັ້ນສູງຂຶ້ນກັບກະຊວງຖະແຫຼງຂ່າວອິນໂດເນເຊຍ, ໃຫ້ຮູ້ວ່າ ເລື່ອງເປີດຊົມບັນດາສື່ສັງຄົມອອກລາຍໄດ້ກັບຄືນສູ່ປົກກະຕິ.

        ກ່ອນໜ້ານັ້ນ, ວັນທີ 22 ພຶດສະພາ, ສື່ສັງຄົມຕ່າງໆຄື: WhatsApp, Facebook, Instagram ແລະ Twitter ຢູ່ອິນໂດເນເຊຍ ຖືກປິດການແບ່ງປັນວີດີໂອ ແລະ ພາບຖ່າຍໂດຍກົງຜ່ານອິນເຕີແນັດ.

ຕອບກັບ

ຂ່າວ/ບົດ​ອື່ນ