ອິນໂດເນເຊຍ ເລີ່ມຕົ້ນບັ້ນຂົນຂວາຍຫາສຽງເລືອກຕັ້ງປະທານາທິບໍດີ

(VOVWORLD) -ບັ້ນຂົນຂວາຍຫາສຽງເລືອກຕັ້ງປະທານາທິບໍດີ ຢູ່ອິນໂດເນເຊຍ ໄດ້ເລີ່ມຕົ້ນແຕ່ວັນທີ 23 ກັນຍາ ຢ່າງເປັນທາງການ. ວົງການນັກໄຈ້ແຍກ ຄາດຄະເນວ່າ ນີ້ແມ່ນການແຂ່ງຂັນລະຫວ່າງ ທ່ານປະທານາທິບໍດີ Joko Widodo ກັບ ຄູ່ແຂ່ງຕົ້ນຕໍຂອງທ່ານ ແມ່ນ ທ່ານ ອະດີດນາຍພົນ Prabowo Subianto.
ອິນໂດເນເຊຍ ເລີ່ມຕົ້ນບັ້ນຂົນຂວາຍຫາສຽງເລືອກຕັ້ງປະທານາທິບໍດີ - ảnh 1 ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo (ພາບ: TTXVN)

ກ່າວຄໍາເຫັນຕໍ່ໜ້າບັນດາຜູ້ມີສິດເລືອກຕັ້ງ ທີ່ໃຈກາງນະຄອນຫຼວງ Jakarta, ຜູ້ສະໝັກເລືອກຕັ້ງທັງສອງທ່ານ ລ້ວນແຕ່ກໍໃຫ້ຄໍາໝັ້ນສັນຍາວ່າ ຈະເຂົ້າຮ່ວມການແຂ່ງຂັນຍາດເອົາຕໍາແໜ່ງປະທານາທິບໍດີ ໂດຍສັນຕິວິທີ ແລະ ໂປ່ງໃສ.

        ຕາມວົງການນັກໄຈ້ແຍກແລ້ວ, ບັ້ນຂົນຂວາຍຫາສຽງເລືອກຕັ້ງແມ່ນຈະສຸມໃສ່ບາງບັນຫາພົ້ນເດັ່ນໃນນັ້ນມີ ບັນຫາ ເສດຖະກິດ, ສະພາບການຂາດຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ພື້ນຖານການເມືອງ.

        ກ່ອນໜ້ານັ້ນ, ເມື່ອເດືອນສິງຫາຜ່ານມາ, ທ່ານປະທານາທິບໍດີ Widodo ຕັດສິນໃຈເລືອກເອົາທ່ານ Ma’ruf Amin, ປະທານສະພາ Ulema ເຊິ່ງເປັນອົງການນໍາພາ ສະສະໜາອິດສະລາມ ສູງສຸດຂອງ ອິນໂດເນເຊຍ ຮ່ວມມືກັນຫາສຽງເລືອກຕັ້ງໃນການເລືອກຕັ້ງປະທານາທິບໍດີ ຈະມາເຖິງ. ຄູ່ຮ່ວມຫາສຽງເລືອກຕັ້ງດັ່ງກ່າວ ຈະແຂ່ງຂັນກັບ ທ່ານອະດີດນາຍພົນ Prabowo Subianto ແລະ ທ່ານ Sandiaga ອະດີດຮອງເຈົ້າຄອງນະຄອນ Jakarta, ພ້ອມທັງເປັນນັກທຸລະກິດ.

        ຄາດວ່າ ຈະມີຜູ້ມີສິດເລືອກຕັ້ງ ປະມານ 186 ລ້ານຄົນ ເຂົ້າຮ່ວມການເລືອກຕັ້ງທົ່ວປະເທດ ໃນວັນທີ 17 ເມສາ 2019 ເພື່ອເລືອກຕັ້ງປະທານາທິບໍດີ, ສະພາແຫ່ງຊາດ ແລະ ສະພາປະຊາຊົນທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ