ອຸບັດຕິເຫດເຮືອບິນ ຢູ່ລັດເຊຍເຮັດໃຫ້ 50 ຄົນເສຍຊີວິດ


 ອຸບັດຕິເຫດເຮືອບິນ ຢູ່ລັດເຊຍເຮັດໃຫ້ 50 ຄົນເສຍຊີວິດ - ảnh 1

ເພື່ອນ​ມິດ ​ແລະ ພີ່ນ້ອງ​ຜູ້​ປະສົບ​ເຄາະ​ຮ້າຍ

 (ພາບ: AP )

(vovworld)-​​​​ ​ ຕອນ​ຄ່ຳວັນ​ທີ 1711, ​​ເຮືອບິນ​ຂົນ​ສົ່ງ​ຜູ້​ໂດນ​ສານ Boeing 737 ຂອງ​ບໍລິສັດ​ການບິນ Tatarstan ຈາກ​ສະໜາມ​ບິນ Domodedovo ນະຄອນ​ລວງ​ມົດສະ​ກູ ​ໄປ  Kazan ຖືກ​ອຸບັດ​ຕິ​ເຫດ​ເມື່ອ​ຈອດ​ລົງ​ສະໜາມ​ບິນ​ສາກົນ Kazan ຊື່​ງ​ເຮັດ​ໃຫ້ 50 ຄົນ​ເສຍ​ຊີ​ວິດ (​ໃນ​ນັ້ນມີ​ຜູ້​ໂດຍສານ 44 ຄົນ ​ແລະ ຈຸບິນ 6 ຄົນ). ​ໃນ​ຈຳນວນ​ຜູ້​ຖືກ​ເສຍ​ຊີວິດ​ມີ​ທ່ານ Irek Minikhanov ລູກ​ຊາຍ​ກົກຂອງ​ປະທານາທິບໍດີ Tatarstan ​ແລະ ທ່ານ​ Alexxander Antonnov ຫົວໜ້າ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ສ. Tatarstan. ບັນດາ​ດາ​ນັກ​ສືບສວນ​ລັດ​ເຊຍ ​ໄດ້​ເລີ່​ມກວດກາ​ສະຖານ​ທີ່​ເກີດ​ເຫດ​ຢູ່​ສະໜາມ​ບິນ​ສາກົນ Kazan ​ແລະ ພວມ​ພິຈາລະນາ​ 2 ສາຍ​ເຫດ​ທີ່​ກໍ່​ໃຫ້​ເກີດອຸບັດ​ຕິ​ເຫດ​ດັ່ງ​ກ່າວ​ຄື: ດ້ານ​ເຕັກນິກ ​ແລະ ຄວາມ​ສາມາດ​ຂອງ​ນັກ​ບິນ./.

ຂ່າວ/ບົດ​ອື່ນ