ອີຢູ, ຈີນ ເຫັນດີເພີ່ມທະວີການຮ່ວມມື

(VOVWORLD) -ທ່ານ ຫລີຊຽງ ເນັ້ນຫນັກວ່າ: ຈີນ ແລະ ສະຫະພາບເອີລົບ ຄວນເພີ່ມທະວີຄວາມເຊື່ອໝັ້ນເຊິ່ງກັນ ແລະກັນ ແລະ ແກ້ໄຂຄວາມວິຕົກກັງວົນຜ່ານການຮ່ວມມືຢ່າງສຳເລັດຜົນ.
ອີຢູ, ຈີນ ເຫັນດີເພີ່ມທະວີການຮ່ວມມື - ảnh 1ທ່ານ Charles Michel ປະທານສະພາ ເອີລົບ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫລີຊຽງ.ພາບ:THX/TTXVN

ວັນທີ 22 ມີຖຸນາ, ທ່ານ Charles Michel ປະທານສະພາ ເອີລົບ ໄດ້ມີການພົບປະກັບ ທ່ານນາຍົກລັດຖະມົນຕີ ຈີນ ຫລີຊຽງ ຢູ່ ນອກກອງປະຊຸມສຸດຍອດ ກ່ຽວກັບສົນທິສັນຍາການເງິນທົ່ວໂລກສະບັບໃຫມ່ ຊື່ງດຳເນີນໃນວັນທີ 22 – 23 ມີຖຸນາຢູ່ ນະຄອນຫລວງ ປາຣີ ປະເທດ ຝລັ່ງ. ເຂົ້າຮ່ວມກອງປະຊຸມ ມີການນຳຂັ້ນສູງຫລາຍປະເທດ 100 ທ່ານ, ໃນນັ້ນ ມີປະມຸກລັດ 40 ທ່ານ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫລີຊຽງ ເນັ້ນຫນັກວ່າ: ຈີນ ແລະ ສະຫະພາບເອີລົບ ຄວນເພີ່ມທະວີຄວາມເຊື່ອໝັ້ນເຊິ່ງກັນ ແລະກັນ ແລະ ແກ້ໄຂຄວາມວິຕົກກັງວົນຜ່ານການຮ່ວມມືຢ່າງສຳເລັດຜົນ. ທ່ານ ນາຍົກລັດຖະມົນຕີ ຈີນ ຖືວ່າ: ບໍ່ມີການປະທະກັນກ່ຽວກັບຜົນປະໂຫຍດພື້ນຖານລະຫວ່າງ ຈີນ ແລະ ອີຢູ ພ້ອມທັງຢືນຢັນ ການຮ່ວມມືທີ່ມີປະໂຫຍດເພື່ອການພັດທະນາຂອງແຕ່ລະປະເທດ ກໍ່ຄືໃນຄວາມມານະພະຍາຍາມລວມເພື່ອແນໃສ່ຮັບມືກັບສິ່ງທ້າທາຍທົ່ວໂລກ ແລະ ກໍ່ ສ້າງໂລກຫລາຍຂົ້ວ. ສອງຝ່າຍ ຄວນຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດສີຂຽວ, ເສດຖະກິດ, ບັນດາຂົງເຂດການຄ້າ ແລະ ດິຈີຕອນ.                       

ທ່ານ Charles Michel ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະເພີ່ມທະວີການຕິດຕໍ່ພົວພັນ ແລະ ແລກປ່ຽນກັບການນຳຈີນ ເພື່ອແນໃສ່ຊຸກຍູ້ການພົວພັນ ອີຢູ - ຈີນ ເພື່ອພ້ອມກັນພັດທະນາ, ແກ້ໄຂບັນດາບັນຫາທົ່ວໂລກ ກ່ຽວກັບອາກາດ, ສາທາລະນະສຸກ ແລະບັນດາຂົງເຂດອື່ນ ກໍ່ຄືປະກອບສ່ວນກໍ່ສ້າງໂລກເປີດ ແລະ ຫລາຍຂົ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ