ອີຢູ ຊຸກຍູ້ການພົວພັນຍຸດທະສາດກັບ ອາຊີ

(VOVWORLD) - ວັນທີ 26 ກັນຍາ, ຄະນະກຳມະການ ເອີຣົບ (EC) ໄດ້ເປີດກອງປະຊຸມເວທີປາໄສເຊື່ອມຕໍ່ ເອີຣົບ - ແມ່ນກອງປະຊຸມສາກົນທີ່ເຕົ້າໂຮມບັນດາຝ່າຍທີ່ກ່ຽວຂ້ອງ ແນໃສ່ຊຸກຍູ້ການພົບປະເຈລະຈາ ແລະ ເພີ່ມທະວີການພົວພັນລະຫວ່າງບັນດາລັດຖະບານ, ອົງການຈັດຕັ້ງການເງິນ ແລະ ບັນດາເຈົ້າກຳທີ່ຂຶ້ນກັບພາກເອກະຊົນທັງຢູ່ພາຍໃນ ແລະ ນອກ ເອີຣົບ. 

ທ່ານ ຫງວຽນວັນບີ່ງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະກຳມະການເສດຖະກິດສູນກາງພັກ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ ເຂົ້າຮ່ວມເວທີປາໄສ.

ອີຢູ ຊຸກຍູ້ການພົວພັນຍຸດທະສາດກັບ ອາຊີ - ảnh 1ທ່ານ ຫງວຽນວັນບີ່ງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະກຳມະການເສດຖະກິດສູນກາງພັກ ຫວຽດນາມ  (ພາບ: TTXVN)

        ທີ່ເວທີປາໄສ, ທ່ານປະທານ EC Jean-Claude Juncker ໃຫ້ຮູ້ວ່າ: ກ່ຽວກັບດ້ານການເມືອງ, ສິ່ງໃດທີ່ບັນດາຝ່າຍໄດ້ປະຕິບັດນັ້ນ ຕ້ອງຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ຄວາມສົນໃຈຂອງພົນລະເມືອງ ເອີຣົບ ໃຫ້ໄດ້. ເພີ່ມທະວີການເຊື່ອມຕໍ່ ແມ່ນສ່ວນໜຶ່ງຂອງແຜນນະໂຍບາຍນີ້, ຍ້ອນມັນນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ພື້ນຖານເສດຖະກິດຂອງບັນດາຝ່າຍທີ່ກ່ຽວຂ້ອງ. ການພົວພັນນີ້ ກໍ່ຊ່ວຍສ້າງສະຖຽນລະພາບ ແລະ ວັດທະນາຖາວອນໃຫ້ບັນດາຝ່າຍທັງໝົດ.

 

ຕອບກັບ

ຂ່າວ/ບົດ​ອື່ນ