ອີຢູ ຍັງຄົງຮັກສາທັດສະນະບໍ່ປ່ຽນແປງຂໍ້ຕົກລົງ “Brexit” ກັບ ອັງກິດ ໄວ້

(VOVWORLD) - ສະຫະພາບ ເອີຣົບ (ອີຢູ) ຈະບໍ່ປ່ຽນແປງຂໍ້ຕົກລົງ “ຖອນຕົວອອກຈາກ” ກັບ ອັງກິດ ຫຼື ເອີ້ນວ່າ Brexit. 
ອີຢູ ຍັງຄົງຮັກສາທັດສະນະບໍ່ປ່ຽນແປງຂໍ້ຕົກລົງ “Brexit” ກັບ ອັງກິດ ໄວ້ - ảnh 1 ທ່ານ Michel Barnier (ພາບ: AFP/TTXVN)

ທ່ານ Michel Barnier ຫົວໜ້າຄະນະເຈລະຈາ ອີຢູ ໄດ້ຖະແຫຼງຄືດັ່ງກ່າວ ໃນການຕອບສຳພາດໃນວັນທີ 01 ກັນຍາ, ໃນສະພາບການທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ພວມຊອກຫາວິທີເຈລະຈາຂໍ້ຕົກລົງ Brexit ຄືນໃໝ່ ເຊິ່ງ ອີຢູ ບັນລຸໄດ້ກັບທ່ານນາງອະດີດນາຍົກລັດຖະມົນຕີ Theresa May, ພິເສດແມ່ນມາດຕາ “ລະບຸຂໍ້ສະເໜີຂອງ ບຣຸກແຊນ”. ທ່ານ Barnier ຢືນຢັນວ່າ ປັດໄຈທີ່ກໍ່ການໂຕ້ຖຽງກັນທີ່ສຸດຂອງຂໍ້ຕົກລົງ Brexit, ເອີ້ນວ່າແມ່ນກົນໄກ “ສະກັດກັ້ນ” ແນໃສ່ຮັກສາເສັ້ນຊາຍແດນ ອຽກລັງເໜືອ ເປີດ ໃນທຸກກໍລະນີພາຍຫລັງ Brexit, ແມ່ນລະດັບຄວາມໄຫວພິບຢ່າງສຸດຂີດ ເຊິ່ງ ອີຢູ ສາມາດຍົກອອກມາ.

ຕອບກັບ

ຂ່າວ/ບົດ​ອື່ນ