ອີຢູ ຍັງບໍ່ທັນເຫັນດີເປັນເອກະພາບຕໍ່ບັນຊີລາຍຊື່ສະເໜີບັນດາຕຳແໜ່ງຫຼັກແຫຼ່ງ

(VOVWORLD) - ຕອນຄ່ຳວັນທີ 30 ມິຖຸນາ, ການນຳ 28 ປະເທດສະມາຊິກສະຫະພາບ ເອີຣົບ (ອີຢູ) ໄດ້ພົບປະກັນຢູ່ນະຄອນຫລວງ ບຣຸກແຊນ ປະເທດ ແບນຊິກ ໃນກອງປະຊຸມສຸດຍອດບໍ່ເປັນທາງການ, ເພື່ອເປັນເອກະພາບຕໍ່ບັນຊີລາຍຊື່ສະເໜີບັນດາຕຳແໜ່ງຫຼັກແຫຼ່ງຂອງກຸ່ມ. 

ບັນດາການພົບປະກ່ອນນັ້ນ ຢູ່ນອກກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນ (G20) ໄດ້ດຳເນີນຢູ່ນະຄອນ Osaka, ປະເທດ ຍີ່ປຸ່ນ ແມ່ນບໍ່ສາມາດແກ້ໄຂສະພາບການບໍ່ມີທາງອອກໄດ້.

ອີຢູ ຍັງບໍ່ທັນເຫັນດີເປັນເອກະພາບຕໍ່ບັນຊີລາຍຊື່ສະເໜີບັນດາຕຳແໜ່ງຫຼັກແຫຼ່ງ - ảnh 1  (ພາບປະກອບ: Financial Times)

        ວົງການນັກສັງເກດການຖືວ່າ: ບໍ່ເຊື່ອແນ່ວ່າກອງປະຊຸມທີ່ແກ່ຍາວຮອດຕອນເຊົ້າວັນທີ 01 ກໍລະກົດ ຈະມີເວລາພຽງພໍ ເພື່ອໃຫ້ບັນດາການນຳບັນລຸໄດ້ຄວາມເຫັນດີເປັນເອກະສັນກັນໃນການສະເໜີບັນດາຕຳແໜ່ງຫຼັກແຫຼ່ງໃນອະນາຄົດຂອງສະຫະພາບ ເອີຣົບ.

ຕອບກັບ

ຂ່າວ/ບົດ​ອື່ນ