ອີຢູ ບໍ່ບັນລຸຄວາມເຫັນດີເຫັນພ້ອມຕໍ່ເລື່ອງກຳນົດລາຄາເພດານສຳລັບນ້ຳມັນຂອງ ລັດເຊຍ

(VOVWORLD) -ໂປໂລຍ ຖືວ່າ ລະດັບລາຄາເພດານຕ້ອງຕ່ຳກວ່າການສະເໜີຂອງກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ເພື່ອແນໃສ່ຫຼຸດຜ່ອນຄວາມສາມາດດ້ານການເງິນຂອງ ມົດສະກູ.
ອີຢູ ບໍ່ບັນລຸຄວາມເຫັນດີເຫັນພ້ອມຕໍ່ເລື່ອງກຳນົດລາຄາເພດານສຳລັບນ້ຳມັນຂອງ ລັດເຊຍ - ảnh 1ອີຢູ ບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ເລື່ອງກຳນົດລາຄາເພດານສຳລັບນ້ຳມັນດິບຂອງ ລັດເຊຍ
(ພາບ: TASS/TTXVN)

        ວັນທີ 28 ພະຈິກ, ຢູ່ ບຣຸກແຊນ, ປະເທດ ແບນຊິກ, ບັນດາປະເທດສະມາຊິກສະຫະພາບເອີລົບ (ອີຢູ) ບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ເລື່ອງກຳນົດລາຄາເພດານສຳລັບນ້ຳມັນດິບຂອງ ລັດເຊຍ ເຊິ່ງໄດ້ຂົນສົ່ງທາງທະເລ ຂະນະທີ່ ໂປໂລຍ ບໍ່ເຫັນດີຕໍ່ລະດັບລາຄາທີ່ສະເໜີມາ. ໂປໂລຍ ຖືວ່າ ລະດັບລາຄາເພດານຕ້ອງຕ່ຳກວ່າການສະເໜີຂອງກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ເພື່ອແນໃສ່ຫຼຸດຜ່ອນຄວາມສາມາດດ້ານການເງິນຂອງ ມົດສະກູ.

        ຄາດວ່າ, ເລື່ອງກຳນົດລາຄາເພດານຈະມີຜົນສັກສິດແຕ່ວັນທີ 05 ທັນວາ ຈະມາເຖິງ, ແຕ່, ອີຢູ ຍັງບໍ່ທັນກຳນົດຈຸດເວລາໃໝ່ເພື່ອດຳເນີນການເຈລະຈາ ພາຍຫຼັງທີ່ບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມ. ຖ້າບໍ່ບັນລຸໄດ້ຂໍ້ຕົກລົງໃດກ່ອນວັນທີ 05 ທັນວາ, ອີຢູ ຈະປະຕິບັດບັນດາມາດຕະການແຂງກະດ້າງເຊິ່ງໄດ້ເປັນເອກະພາບນຳກັນເມື່ອເດືອນ ພຶດສະພາ, ຕາມນັ້ນແລ້ວ ຫ້າມນຳເຂົ້ານ້ຳມັນດິບຂອງ ລັດເຊຍ ແຕ່ວັນທີ 05 ທັນວາ ແລະ ບັນດາຜະລິດຕະພັນຈາກນ້ຳມັນຂອງ ລັດເຊຍ ແຕ່ວັນທີ 05 ກຸມພາ 2023. ຮຸງກາຣີ ແລະ 2 ປະເທດ ເອີລົບກາງ ບໍ່ຕິດກັບທະເລອື່ນ ຈະຖືກຍົກເວັ້ນ ແລະ ສືບຕໍ່ໄດ້ນຳເຂົ້ານ້ຳມັນຂອງ ລັດເຊຍ ໂດຍຜ່ານລະບົບທໍ່ສົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ