ອີຢູ ມານະພະຍາຍາມກູ້ຊ່ວຍຂະແໜງການທ່ອງທ່ຽວ

(VOVWORLD) -  ວັນທີ 13 ພຶດສະພາ, ສະຫະພາບເອີຣົບ (ອີຢູ) ໄດ້ສ້າງແຜນການຟື້ນຟູການເຄື່ອນໄຫວທ່ອງທ່ຽວໃນລະດູຮ້ອນປີນີ້ເທື່ອລະກ້າວ, ຫວັງວ່າ ຈະ “ກູ້ຊ່ວຍ” ວຽກເຮັດງານທຳໃຫ້ຫລາຍລ້ານຄົນ ທີ່ພວມຖືກນາບຂູ່ຍ້ອນໂລກລະບາດໂຄວິດ-19.
ອີຢູ ມານະພະຍາຍາມກູ້ຊ່ວຍຂະແໜງການທ່ອງທ່ຽວ - ảnh 1ອີຢູ ມານະພະຍາຍາມກູ້ຊ່ວຍຂະແໜງການທ່ອງທ່ຽວ (ພາບ: Vox)

ກ່າວຄຳເຫັນທີ່ກອງປະຊຸມຂ່າວ, ທ່ານ Margrethe Vestager ຮອງປະທານຝ່າຍບໍລິຫານຄະນະກຳມະການເອີຣົບ (EC) ໃຫ້ຮູ້ວ່າ: ການແນະນຳໃໝ່ນີ້ ອາດຈະແມ່ນກາລະໂອກາດທີ່ດີສຳລັບປະຊາຊົນເອີຣົບ ຫລາຍຄົນ ທີ່ມີຊີວິດແມ່ນອີງໃສ່ຂະແໜງການທ່ອງທ່ຽວ ແລະ ຜູ້ທີ່ມັກເຄື່ອນຍ້າຍເມື່ອລະດູຮ້ອນວຽນມາ.

ໂດຍລະອຽດແມ່ນ ອີຢູ ໄດ້ສະເໜີວິທີສຳຜັດ 3 ໄລຍະ, ໄລຍະໜຶ່ງແມ່ນສະພາບການປັດຈຸບັນ ເມື່ອບັນດາການເຄື່ອນຍ້າຍໄປມາຜ່ານຊາຍແດນທີ່ບໍ່ຈຳເປັນເກືອບທັງໝົດ ລ້ວນແຕ່ຖືກຫ້າມ. ໄລຍະຕໍ່ໄປ, ອີຢູ ຢາກຍົກເລີກບັນດາຂໍ້ຈຳກັດຢູ່ຊາຍແດນລະຫວ່າງບັນດາປະເທດ ແລະ ພາກພື້ນ ບ່ອນທີ່ມີສະພາບການສາທາລະນະສຸກພວມໄດ້ຮັບການປັບປຸງ. ໄລຍະສຸດທ້າຍແມ່ນ ທຸກການເຄື່ອນໄຫວຄວບຄຸມຊາຍແດນ ເພື່ອສະກັດກັ້ນໄວຣັດ SARS-CoV-2 ແຜ່ລະບາດຈະໄດ້ຍົກເລີກ ແລະ ອະນຸຍາດໃຫ້ເຄື່ອນໄຫວໄປມາໃນທົ່ວເອີຣົບ.

ຕອບກັບ

ຂ່າວ/ບົດ​ອື່ນ