ອີຢູ ສົ່ງເສີມການຜັນຂະຫຍາຍຍຸດທະສາດປ້ອງກັນຊາດປ້ອງກັນຊາດປ້ອງກັນຄວາມສະຫງົບລວມ

ອີຢູ ສົ່ງເສີມການຜັນຂະຫຍາຍຍຸດທະສາດປ້ອງກັນຊາດປ້ອງກັນຊາດປ້ອງກັນຄວາມສະຫງົບລວມ - ảnh 1
ທ່ານນາງ Federica Mogherini ຜູ້ຕາງໜ້າຂັ້ນສູງ ຮັບຜິດຊອບ
ນະໂຍບາຍປ້ອງກັນຄວາມສະຫງົບ ແລະ ພົວພັນຕ່າງປະເທດ EC
(ພາບ: AFP/TTXVN)

(vovworld) - ​​ ວັນ​ທີ 06/03 ສະພາ​ພົວພັນ​ຕ່າງປະ​ເທດ​ສະຫະ​ພາບ ​ເອີ​ລົບ (ອີ​ຢູ) ​ເລີ່​ມຕົ້ນ​ໂຄງການ​​ເຮັດ​ວຽກ​ດ້ວຍ​ກອງ​ປະຊຸມ​ຮ່ວ​ມຢູ່ ບຣຸກ​ແຊນ ປະ​ເທດ ​ແບນ​ຊິກ ລະຫວ່າງ​ບັນດາ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ​ແລະ ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ. ສະພາ​ພົວພັນ​ຕ່າງປະ​ເທດ ອີ​ຢູ ຕີ​ລາຄາ​ບັນດາ​ບາດກ້າວ​ໃນ​ການ​ຜັນ​ຂະຫຍາຍ​ທິດ​ທາງ​ດຳ​ເນີນ​ງານ ​ເຊິ່ງ​ໄດ້​ກຳນົດ​ຢູ່​ກອງ​ປະຊຸມ​ສຸດ​ຍອດ​ເມື່ອ​ວັນ​ທີ 15/12/2016, ​ໃນ​ນັ້ນ ມີ​ແຜນການ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ລວມ ​ເອີ​ລົບ ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ບັນດາ​ຂໍ້​ສະເໜີ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ ອີ​ຢູ ​ແລະ ອ​ົງການ​ສົນທິສັນຍາ​ອັກດລັງ​ຕິ​ກ​ເໜືອ (NATO), ​ແຜນການ​ດຳ​ເນີນ​ງານ​ປ້ອງ​ກັນຊາ​ດ ​ເອີ​ລົບ ​ໂດຍ​ຄະນະ​ກຳມະການ ​ເອີ​ລົບ ສະ​ເໜີ ​ແນ​ໃສ່​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ ​ແລະ ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຄົ້ນຄວ້າ​ດ້ານ​ປ້ອງ​ກັນຊາ​ດ.

ຕອບກັບ

ຂ່າວ/ບົດ​ອື່ນ