ອີຢູ, ຫວຽດນາມ ມານະພະຍາຍາມລົງນາມສັນຍາການຄ້າເສລີ 2 ຝ່າຍ

(VOVWORLD) - ໃນການພົບປະລະຫວ່າງທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ເຈີ່ນຕ໋ວນແອງ ແລະ ຄະນະກຳມະການການຄ້າ ອີຢູ ທ່ານນາງ Cecilia Malstrom, 2 ຝ່າຍເຫັນດີເປັນເອກະສັນສືບຕໍ່ບັນດາຄວາມມານະພະຍາຍາມເພື່ອບັນລຸໄດ້ຄວາມເປັນເອກະພາບກ່ຽວກັບບັນດາບັນຫາທີ່ຍັງຄົງຄ້າງຂອງສັນຍາໂດຍໄວ. 

ອີຢູ, ຫວຽດນາມ ມານະພະຍາຍາມລົງນາມສັນຍາການຄ້າເສລີ 2 ຝ່າຍ - ảnh 1 ພິທີລົງນາມລະຫວ່າງ 2 ຝ່າຍ

(ພາບ: Kim Chung/ນັກຂ່າວສຳນັກຂ່າວສານ ຫວຽດນາມ)

ໃນລະຫວ່າງວັນທີ 1 – 2 ທັນວາ, ຢູ່ ບຣຸກແຊນ, ທ່ານ ເຈີ່ນຕ໋ວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ສະຫະພາບເອີລົບ (ອີຢູ). ເນື້ອໃນການຢ້ຽມຢາມແມ່ນສຸມໃສ່ເຂົ້າໃນການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ 2 ຝ່າຍກັບ ອີຢູ ແລະ ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ ເພື່ອແນໃສ່ຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ອີຢູ (EVFTA) ໂດຍໄວ. ໃນການພົບປະລະຫວ່າງທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ເຈີ່ນຕ໋ວນແອງ ແລະ ຄະນະກຳມະການການຄ້າ ອີຢູ ທ່ານນາງ Cecilia Malstrom, 2 ຝ່າຍເຫັນດີເປັນເອກະສັນສືບຕໍ່ບັນດາຄວາມມານະພະຍາຍາມເພື່ອບັນລຸໄດ້ຄວາມເປັນເອກະພາບກ່ຽວກັບບັນດາບັນຫາທີ່ຍັງຄົງຄ້າງຂອງສັນຍາໂດຍໄວ. 2 ຝ່າຍໄດ້ແລກປ່ຽນບັນດາຄຳເຫັນລະອຽດ, ອີງໃສ່ການກວດກາຕີລາຄາ ບັນດາວຽກງານຍັງຄົງຄ້າງ ເພື່ອສ້າງ EVFTA ໃຫ້ສົມບູນແບບ, ຈາກນັ້ນ, ເຫັນດີເປັນເອກະພາບຕໍ່ບັນດາມາດຕະການຕ້ອງຜັນຂະຫຍາຍໃນໄລຍະຈະມາເຖິງເພື່ອສາມາດສ້າງສັນຍາໃຫ້ສຳເລັດໃນຕົ້ນປີ 2018.

        ແລະກໍ່ໃນຂອບເຂດການຢ້ຽມຢາມ EU, ໂດຍຕາງໜ້າລັດຖະບານ ຫວຽດນາມ, ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ ແລະ ຜູ້ຕາງໜ້າ ອີຢູ, ທ່ານ Stefano Manservisi, ຫົວໜ້າກົມໃຫຍ່ຮ່ວມມື ແລະ ພັດທະນາສາກົນ, ໄດ້ລົງນາມໃນສັນຍາ ກ່ຽວກັບການເງິນ ທີ່ສະຫງວນໃຫ້ໂຄງການ “ໜູນຊ່ວຍນະໂຍບາຍພັດທະນາພະລັງງານ ແລະ ເພີ່ມທະວີການສຳພັດກັບພະລັງງານແບບຍືນຍົງເຖິງເຂດຊົນນະບົດ, ເຂດພູດອຍ ແລະ ເຂດທະເລໝູ່ເກາະ” ນຳໃຊ້ທຶນ ຊ່ວຍເຫຼືອລ້າ ODA ໂດຍ EU ອຸປະຖຳ.

ຕອບກັບ

ຂ່າວ/ບົດ​ອື່ນ