ອີຢູ ໂຮມປະຊຸມກຸ່ມກ່ຽວກັບປະຕິກິລິຍາສົມທົບກັນສຳລັບສະພາບການ ໂຄວິດ -19 ຂອງ ຈີນ

(VOVWORLD) - ອາທິດກ່ອນ, ສູນປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມໂລກລະບາດ ເອີລົບ ໃຫ້ຮູ້ວ່າ ເຂົາເຈົ້າບໍ່ສະເໜີບັນດາມາດຕະການສະກັດກັ້ນສຳລັບແຂກທ່ອງທ່ຽວມາຈາກ ຈີນ. ອົງການນີ້ໃຫ້ຂໍ້ສັງເກດວ່າ, ບັນດາສາຍພັນໃໝ່ຢູ່ ຈີນ
ອີຢູ ໂຮມປະຊຸມກຸ່ມກ່ຽວກັບປະຕິກິລິຍາສົມທົບກັນສຳລັບສະພາບການ ໂຄວິດ -19 ຂອງ ຈີນ - ảnh 1ຫ້ອງກວດພະຍາດໃນໂຮງໝໍແຫ່ງໜຶ່ງຂອງ ຈີນ
(ພາບ:Xinhua/Yang Qing)

ຕາມແຈ້ງການຂອງ ຊູແອັດ, ເຊິ່ງເປັນປະທານໝູນວຽນຂອງສະພາສະຫະພາບເອີລົບ (ອີຢູ), ໄດ້ຍົກອອກມາໃນວັນທີ 2 ມັງກອນ, ບັນດາເຈົ້າໜ້າທີ່ການແພດຂອງ ສະຫະພາບເອີລົບ (ອີຢູ) ຈະຈັດການເຈລະຈາໃນວັນທີ 4 ມັງກອນ ກ່ຽວກັບປະຕິກິລິຍາສົມທົບກັນສຳລັບການເພີ່ມທະວີບັນດາກໍລະນີຕິດໂຄວິດ - 19 ຢູ່ຈີນ.

        ອາທິດກ່ອນ, ສູນປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມໂລກລະບາດ ເອີລົບ ໃຫ້ຮູ້ວ່າ ເຂົາເຈົ້າບໍ່ສະເໜີບັນດາມາດຕະການສະກັດກັ້ນສຳລັບແຂກທ່ອງທ່ຽວມາຈາກ ຈີນ. ອົງການນີ້ໃຫ້ຂໍ້ສັງເກດວ່າ, ບັນດາສາຍພັນໃໝ່ຢູ່ ຈີນ ອາດຈະມີຢູ່ ສະຫະພາບເອີລົບ ແລ້ວ ແລະ ປະຊາຊົນ ອີຢູ ໄດ້ສັກຢາກັນພະຍາດດ້ວຍອັດຕາສູງ.

        ໃນຂະນະນັ້ນ, ມີ 17 ປະເທດ ອາຣັບ ໄດ້ຈັດວາງບັນດາເງື່ອນໄຂສຳລັບແຂກທ່ອງທ່ຽວຈາກ ຈີນ, ພາຍຫຼັງທີ່ ຈີນ ຕັດສິນໃຈເປີດປະຕູສຳລັບແຂກທ່ອງທ່ຽວໄປຕ່າງປະເທດໃນສະພາບການບັນດາກໍລະນີຕິດໂຄວິດ - 19 ຢູ່ປະເທດນີ້ຍັງສູງຢູ່.

        ຢູ່ ອາເມລິກາ ໃຕ້, ວັນທີ 2 ມັງກອນ, ກະຊວງສາທາລະນະສຸກ ຈີເລ ໄດ້ຮຽກຮ້ອງແຂກທ່ອງທ່ຽວມາຈາກ ຈີນ ທຸກໆຄົນ ທີ່ໄປຍັງປະເທດນີ້ຕ້ອງແຈ້ງໃບກວດ PCR ທີ່ມີຜົນລົບ. ຂໍ້ກຳນົດດັ່ງກ່າວມີຜົນສັກສິດຮອດເດືອນ ມີນາ 2023.

ຕອບກັບ

ຂ່າວ/ບົດ​ອື່ນ