ອີຢູຄວາມສາມາດຄວາມສາມາດຮ່ວມມືກັບຢູແກຼນ

ອີຢູຄວາມສາມາດຄວາມສາມາດຮ່ວມມືກັບຢູແກຼນ - ảnh 1
ພາບປະກອບ

(vovworld) – ວັນ​ທີ 20/12, ສະຫະພາບ​ເອີ​ລົບ (ອີ​ຢູ) ຖະ​ແຫຼ​ງວ່າ​ຍັງມີຄວາມ​ສາມາດ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວ​ມມື​ຢ່າງ​ແໜ້ນ​ແຟ້ນກັບ ຢູ​ແກຼນ ຢູ່. ຖະ​ແຫຼ​ງການ​ນີ້ ​ໄດ້​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ສະຫະພາບ ​ເອີ​ລົບ ຢູ່ ບຣຸກ​ແຊນ (ປະ​ເທດ​ແບນ​ຊິກ). ອີ​ຢູ ກໍ່​ສະ​ແດງ​ຄວາມ​ປາດ​ຖະໜາ​ສືບ​ຕໍ່​ວິວັດ​ການ​ເຈລະຈາ​ເຊັນ​ສັນຍາ​ຮ່ວມ​ສຳພັນ​ກັບ ຢູ​ແກຼນ ​ແຕ່​ພັດ​ຄັດຄ້ານ​ຂໍ້​ສະ​ເໜີ​ຂອງ Kiev ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ການ​ເງິນ​ໃຫ້​ແກ່​ປະ​ເທດ​ນີ້. ທ່ານ​ນາຍົກລັດຖະມົນຕີ ​ແຟງ​ລັງ Jyrki Katainen ຖະ​ແຫຼ​ງ​ເລື່ອງ​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ແມ່ນ​ການ​ເລືອກ​ເຟັ້ນມີ​ຄຸນ​ຄ່າ ​ແລະ ອີ​ຢູ ບໍ່​ໃຊ້​ເງິນ​ເພື່ອ​ບັງຄັບ​ບໍ່​ວ່າ​ປະ​ເທດ​ໃດໆ.

    ກ່ອນ​ໜ້າ​ນັ້ນ, ຄວາມ​ບໍ່​ລົງ​ລອຍ​ກັນ​ໄດ້​ເກີດ​ຂຶ້ນ​ລະຫວ່າງ ອີ​ຢູ ​ແລະ ຢູ​ແກຼນ ພາຍຫຼັງ Kiev ຢຸດຕິ​ການ​ເຈລະຈາ​ສັນຍາ​ຮ່ວມ​ສຳພັນ​ກັບ ອີ​ຢູ ​ໃນ​ສະພາບ​ການ​ສຳພັນທະ​ມິດ​ນີ້ ​ແລະ ກອງທຶນ​ເງິນຕາ​ສາກົນ​ບໍ່​ກຽມພ້ອມ​ໜູນ​ຊ່ວຍ​ດ້ານ​ເສດຖະກິດ​ໃຫ້​ແກ່ ຢູ​ແກຼນ.

ຂ່າວ/ບົດ​ອື່ນ