ອີຢູ-ຈີນເພີ່ມທະວີການຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ

ອີຢູ-ຈີນເພີ່ມທະວີການຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ - ảnh 1
ຫົວໜ້າຄະນະເຈລະຈາ 2 ຝ່າຍ
(ພາບ: ໂທລະພາບ ຫວຽດນາມ)

(vovworld) –  ວັນ​ທີ 11/6, ການ​ເຈລະຈາ​ຍຸດ​ທະ​ສາດ​ຂັ້ນ​ສູງ​ປະຈຳ​ປີ ຄັ້ງ​ທີ 6 ລະ​ຫວ່າງ​ສະຫະພາບ ​ເອີ​ລົບ (​ອີ​ຢູ) ​ແລະ ຈີ​ນ ຖືກ​ຈັດ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນຫຼວງ ບຣຸກ​ແຊນ, ປະ​ເທດ ​ແບ​ນຊິກ, ດ້ວຍ​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ ກໍ​ຄື​ການ​ຮ່ວມ​ມື​ແກ້​ໄຂ​ບັນດາ​ບັນຫາ​ທົ່ວ​ໂລກ. ການ​ເຈ​ລະ​ຈາ​ຄັ້ງ​ນີ້ ກໍ່​ເພື່ອ​ແນ​ໃສ່​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ການ​ນຳ ອີ​ຢູ - ຈີນ ຄັ້ງ​ທີ 18, ຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ເດືອນ 7 ຈະ​ມາ​ເຖິງ​ຢູ່​ນະຄອນຫຼວງ ປັກ​ກິ່ງ. ທີ່​ການ​ເຈລະຈາ, ອີ​ຢູ ​ແລະ ຈີນ ​ເຫັນ​ດີ​ເປັນ​ເອກະສັນ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່​ການ​ນຳ 2 ຝ່າຍ​ບັນລຸ​ໄດ້​ໃນ​ກອງ​ປະຊຸມ​ສຸດ​ຍອດ 2 ຝ່າຍ​ຄັ້ງ​ທີ 17, ຈັດ​ຕັ້ງ​ໃນ​​ເດືອນ 6 ປີ​ແລ້ວ​ນີ້. ຕາມ​ນັ້ນ​ແລ້ວ, ​ເພີ່​ມທະວີ​ການ​ປະສານ​ງານ​ໃນ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ​ພັດທະນາ​ມີ​ລັກສະນະ​ຍຸດ​ທະ​ສາດ​ຂອງ​ທັງ 2 ຝ່າຍ, ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ, ​ເຊື່ອມ​ຕໍ່​ພື້ນຖານ​​ໂຄງ​ລ່າງ…ນອກ​ນັ້ນ, ຫຼາຍ​ຫົວ​ຂໍ້​ເຄັ່ງຮ້ອນ​ອື່ນໆ​ກໍ່​ໄດ້​ນຳ​ມາ​ປຶກສາ​ຫາລື, ຄື​ສະພາບ​ການ​ຕາ​ເວັນ​ອອກ​ກາງ, ວິ​ກິດ​ການ​ຢູ່ ຢູ​ແກຼນ, ບັ້ນ​ຮົບ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ ກໍ່​ຄື​ບັນດາ​ບັນຫາ​ທົ່ວ​ໂລກ ​ແລະ ພາກ​ພື້ນ​ອື່ນໆ.


ຂ່າວ/ບົດ​ອື່ນ