ອີຢູຕໍ່ກຳນົດເວລາລົງໂທດເຈົ້າໜ້າທີ່ຢູແກຼນຫລາຍທ່ານ

ອີຢູຕໍ່ກຳນົດເວລາລົງໂທດເຈົ້າໜ້າທີ່ຢູແກຼນຫລາຍທ່ານ - ảnh 1
ອະດີດ​ປະທານາທິບໍດີ ​ Viktor Yanukovich
(ພາບ: guardianlv.com)

(vovworld) – ​ ວັນ​ທີ 05/03, ຂໍ້​ຕົກລົງ​ຂອງ​ສະ​ພະ​ພາບ​ເອີ​ລົບ (ອີ​ຢູ) ທີ່ຕໍ່​ກຳ​ນົດ​ເວລາຕື່ມ​ອີກໜຶ່ງ​ປີສຳລັບ​ບັນດາ​ມາດ​ຕະການ​ລົງ​ໂທດ​ທີ່ເລັ່ງ​ໃສ່ພົນລະ​ເມືອງ ​ແລະ ອະ​ດີດ​ເຈົ້າ​ໜ້າ​ທີ່ ຢູ​ແກຼນ 16 ຄົນ, ​ໃນ​ນັ້ນ​ມີ​ອະດີດ​ປະທານາທິບໍດີ Viktor Yanukovich ​ເລີ່​ມມີ​ຜົນ​ສັກສິດ. ນີ້​ແມ່ນ​ບັນດາ​ຜູ້​ທີ່​ຖື​ກ ອີ​ຢູ ກ່າວ​ຫາ​ຕ້ອງ​ ຮັບຜິດຊອບ​ຕໍ່ວິ​ກິດ​ການ​ຢູ່ ຢູ​ແກຼນ. ​ໃນ​ແຈ້ງ​ການ​ໜຶ່ງ, ອີ​ຢູ ​ໃຫ້​ຮູ້​ວ່າ: ບັນດາ​ຜູ້ທີ່​ຖື​ກລົງ​ໂທດ​ຕ້ອງ “ຮັບຜິດຊອບ​ຕໍ່​ເລື່ອງຍັກ​ຍອກງົບປະມານ​ແຫ່ງ​ຊາດ ຢູ​ແກຼນ ​ແລະ ສວຍ​ໃຊ້​ຖານະ​ຕຳ​ແໜ່​ງ”. ບັນດາ​ມາດ​ຕະການ​ລົງ​ໂທດ ຈະ​ໄດ້​ແກ່​ຍາວ​​ເຖິງວັນ​ທີ 06/03/2017. ອີ​ຢູ ​ໄດ້ຈັດວາງ​ຫລາຍ​ມາດ​ຕະການ​ລົງ​ໂທດ​ສຳລັບ​ບັນດາ​ອະດີດ​ເຈົ້າ​ໜ້າ​ທີ່ ​ແລະ ພົນລະ​ເມືອງ ຢູ​ແກຼນ ພາຍຫລັງອະດີດ​ປະທານາທິບໍດີ ​ Viktor Yanukovich ຖື​ດ​ໂຄ່ນ​ລົ້ມ ​ແລະ ການ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກຂອງ​ປະ​ເທດ​ນີ້ ເກີດ​ຂຶ້ນ​​ເມື່ອ​ເດືອນ 04/2014, ​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ 9.000ຄົນ ​ແລະ ຜູ້​ຮັບ​ບາດ​ເຈັບ 21.000ຄົນ.

 

ຂ່າວ/ບົດ​ອື່ນ