ອີຢີບ ກະກຽມການ ເລືອກຕັ້ງ ປະທານາທິບໍດີ

ອີຢີບ ກະກຽມການ ເລືອກຕັ້ງ ປະທານາທິບໍດີ - ảnh 1

ອີ​ຢີບ ກຳນົດ​ວັນ​ເລືອກ​ຕັ້ງ

(ພາບ:viet.rfi.fr)

( vovworld ) – ວັນ​ທີ 10/3, ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງປະທານາທິບໍດີຜູ້​ທຳ​ອິດ​ຂອງ ອີ​ຢີບ ນັບ​ແຕ່​ລະບອບ​ຂອງ ອະດີດປະທານາທິບໍດີ Hosni Mubarak ຖືກ​ໂຄ່ນ​ລົ້ມ ​ເລີ່​ມຕົ້ນການ​ຈົດ​ທະບຽນ​ບັນຊີ​ລາຍ​ຊື່, ກະກຽມ​ການ​ເລືອກ​ຕັ້ງ ປະທານາທິບໍດີ ຊື່​ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 23 ​ແລະ 24/5 ທີ່​ຈະ​ມາ​ເຖິງ. ຕາມ​ແຜນການ​ແລ້ວ, ວິວັດ​ການ​ຈົດ​ທະບຽນ​ບັນຊີ​ລາຍ​ຊື່ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງປະທານາທິບໍດີ ຈະ​ແກ່ຍາວ​ຮອດ​ວັນ​ທີ 8/4 ທີ່​ຈະ​ມາ​ເຖິງ ​ແລະ​ ບັ້ນຫາ​ສຽງ​ເລືອກ​ຕັ້ງປະທານາທິບໍດີ​ຈະ​ເລີ່​ມ​ແຕ່​ວັນ​ທີ 30/4 ທີ່​ຈະ​ມາ​ເຖິງ ​ແລະ ຈະ​ແກ່ຍາວ​ໃນ​ເວລາ 3 ອາທິດ. ບັນດາ​ພັກ​ຝ່າຍ​ການ​ເມືອງ​ທີ່​ມີ​ຢ່າງ​ໜ້ອຍ​ສຸດ 1 ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ ສາມາດ​ແນະນຳຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງປະທານາທິບໍດີຜູ້ 1. ນອກຈາກ​ນັ້ນ​ແລ້ວ, ພົນລະ​ເມືອງ ອີ​ຢີບ ຖ້າ​ໄດ້​ຮັບ​ການ​ສະໜັບສະໜູນ​ຂອງ ສະມາຊິກ​ສະພາ​ແຫ່ງ​ຊາດ​ຢ່າງ​ໜ້ອຍ​ສຸດ 30 ທ່ານ ຫຼື​​ເກັບ​ໄດ້ລາຍ​ເຊັນ​ຖືກຕ້ອງ​ກັບ​ກົດໝາຍ​ຂອງ 30.000 ຄົນ ຂອງ 15 ​ໃນ​ຈຳນວນ 27 ​ເຂດ​ບໍລິຫານ ກໍ່​ສາມາດ​ມີ​ສິດ​ຈົດ​ທະບຽນ​ເປັນຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງປະທານາທິບໍດີ. ຕາມ​ບັນດາ​ນັກ​ໄຈ້​ແຍກ​ແລ້ວ, ບັນດາຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງປະທານາທິບໍດີຂອງ ອີ​ຢີບ ສາມາດ​ຮັບ​ໄຊຊະນະ​ໄດ້​ໃນ​ປະຈຸ​ບັນ​ແມ່ນ ອະດີດ​ປະທານ​ສະຫະພັນ​ອາຣັບ Am Muxa, ອະດີດ​ນາຍົກລັດຖະມົນຕີ Amet Saphich. ໝາກຜົນ​ໃນ​ເບື້ອງ​ຕົ້ນຂອງການ​ເລືອກ​ຕັ້ງປະທານາທິບໍດີ ອີ​ຢີບ ຈະ​ໄດ້​ປະກາດ​ໃນ​ວັນ​ທີ 21/6 ທີ່​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ