ອີຢິບ, ປາແລັດສະຕິນ ປຶກສາຫາລືກ່ຽວກັບວິວັດການເຈລະຈາສັນຕິພາບຕາເວັນອອກກາງ

(VOVWORLD) - ວັນທີ 09 ກໍລະກົດ, ທ່ານປະທານາທິບໍດີ ອີຢິບ Abdel Fattah El Sisi ເຈລະຈາກັບຄູ່ຕຳແໜ່ງ ປາແລັດສະຕິນ ທ່ານ Mahmoud Abbas ທີ່ນະຄອງຫລວງ Cairo
ອີຢິບ, ປາແລັດສະຕິນ  ປຶກສາຫາລືກ່ຽວກັບວິວັດການເຈລະຈາສັນຕິພາບຕາເວັນອອກກາງ - ảnh 1 ທ່ານປະທານາທິບໍດີ ອີຢິບ Abdel Fattah El Sisi (ພາບ: AFP)

ໃນນັ້ນ ການນຳ 2 ທ່ານສຸນໃສ່ປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມໃໝ່ສຸດ ແນໃສ່ຟື້ນຟູວິວັດການເຈລະຈາສັນຕິພາບຢູ່ຕາເວັນອອກກາງລະຫວ່າງ ອິດສະລາແອັນ ແລະ ປາແລັດສະຕິນ. ທ່ານປະທານາທິບໍດີ ອີຢິບ Abdel Fattah El Sisi ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ອີຢິບ ໃນການຊອກຫາມາດຕະການແກ້ໄຂຢ່າງຍຸດຕິທຳ ແລະ ຮອບດ້ານ ທີ່ສາມາດຮັບປະກັນສິດຕ່າງໆຂອງຊາວ ປາແລັດສະຕິນ, ແນໃສ່ສ້າງລັດແຫ່ງຄວາມເອກະລາດ ດ້ວຍແມ່ນນະຄອນຫລວງ Jerusalem ຕາເວັນອອກ.

        ສ່ວນທ່ານປະທານາທິບໍດີ Mahmoud Abbas ກໍ່ແຈ້ງໃຫ້ຊາບກ່ຽວກັບບັນດາຄວາມມານະພະຍາຍາມໃໝ່ສຸດ ແນໃສ່ປຸກລະດົມຄວາມສະໜັບສະໜູນຈາກປະຊາຄົມສາກົນ ສຳລັບມາດຕະການແກ້ໄຂ 2 ລັດ. ທ່ານ Mahmoud Abbas ກໍ່ຫວນຄືນບັນດາຄວາມມານະພະຍາຍາມພົ້ນເດັ່ນຂອງ ອາເມລິກາ ໃນການຟື້ນຟູວິວັດການສັນຕິພາບຢູ່ຕາເວັນອອກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ