ອິຢີບ ຮຽກ​ຮ້ອງ​ມາດ​ຕະ​ການ​ຍາວ​ນານ ໃຫ້​ແກ່​ການ​ປະ​ທະ​ກັນ​ຢູ່ ອາ​ຟ​ຼິກ​ກາ

(VOVWORLD) -

ວັນທີ 19 ກຸ່ມພາ, ທ່ານລັດຖະມົນຕີການຕ່າງປະເທດ ອິຢີບ Sameh Shoukry ໄດ້ຮຽກຮ້ອງປະເທດຕ່າງໆໃນທະວີບ ຈົ່ງສົມທົບບັນດາຄວາມມານະພະຍາຍາມ ເພື່ອແນໃສ່ສະກັດກັ້ນການປະທະກັນ ແລະ ຊອກຫາມາດຕະການຍາວນານ ໃຫ້ແກ່ບັນດາບັນຫາຢູ່ ອາຟຼິກກາ


ອິຢີບ ຮຽກ​ຮ້ອງ​ມາດ​ຕະ​ການ​ຍາວ​ນານ ໃຫ້​ແກ່​ການ​ປະ​ທະ​ກັນ​ຢູ່ ອາ​ຟ​ຼິກ​ກາ - ảnh 1

 ຄອບຄົວໜຶ່ງຢູ່ຄ້າຍລີ້ໄພທີ່ Bamako, Mali. (ພາບ: AFP/TTXVN)

   ຕາມຖະແຫຼງການຈາກກະຊວງການຕ່າງປະເທດ ອິຢີບ, ຜູ້ຕາງໜ້າໃຫ້ປະທານາທິບໍດີ Abdel Fattah El-Sisi, ໄດ້ກ່າວໄປໄສໃນການປະຊຸມຂອງສະພາສັນຕິພາບ ແລະ ຄວາມໝັ້ນຄົງຂອງສະຫະພັນ ອາຟຼິກກາ (AUPSC), ທ່ານລັດຖະມົນຕີການຕ່າງປະເທດ Sameh Shoukry ໃຫ້ຮູ້ວ່າ ກອງປະຊຸມສຸດຍອດ ສະຫະພັນ ອາຟຼິກກາ ປີນີ້ ຈັດຂຶ້ນໃນສະພາບການທີ່ບັນດາການຜັນແປໃນພາກພື້ນ ແລະ ສາກົນ ຮຽກຮ້ອງການຮ່ວມມື ເພື່ອຮັບມືກັບບັນດາສິ່ງທ້າທາຍໃນປະຈຸບັນ.

 ເມື່ອເຕື້ອງເຖິງບັນດາບັນຫາພາກພື້ນ, ທ່ານ Sameh Shoukry ຊົມເຊີຍບັນດາສັນຍານທີ່ຕັ້ງໜ້າຢູ່ ຊູດັງ ໃນສະພາບການບັນດາພັກຝ່າຍຢູ່ປະເທດນີ້ ເຫັນດີເປັນເອກະສັນ ກັບຖະແຫຼງການການເມືອງສະບັບສຸດທ້າຍ ພາຍຫຼັງສິ້ນສຸດໄລຍະຂ້າມຜ່ານ.

   ກ່ຽວກັບບັນດາບັນຫາສາກົນ, ທ່ານ Sameh Shoukry ຊຸກຍູ້ບັນດາປະເທດ ອາຟຼິກກາ ສືບຕໍ່ປະຕິບັດຂໍ້ຕົກລົງ Ezulwini ແລະ ຖະແຫຼງການ Sirte ເພື່ອຍົກອອກທັດສະນະເອກະພາບຂອງ ອາຟຼິກກາ ກ່ຽວກັບການປະຕິຮູບ ສະພາຄວາມໝັ້ນຄົງ ສປຊ.

  ໃນກອງປະຊຸມຂອງສະພາສັນຕິພາບ ແລະ ຄວາມໝັ້ນຄົງຂອງ ສະຫະພັນ ອາຟຼິກກາ ຈັດຂຶ້ນໃນວັນທີ 18-19 ກຸມພາ ຢູ່ນະຕອນຫຼວງ Addis Ababa ຂອງ Ethiopia ບັນດາການນຳ ອາຟຼິກກາ ໄດ້ປຶກສາຫາລື ກ່ຽວກັບບັນດາສິ່ງທ້າທາຍ ຊື່ງທະວີບນີ້ພວມຕ້ອງປະເຊີນໜ້າ ໃນສະພາບການທີ່ ສປຊ ຮຽກຮ້ອງໃຫ້ ສະຫະພັນ ອາຟຼິກກາ ຕ້ອງເຮັດໄດ້ຫຼາຍກ່ວາອີກ ເພື່ອນຳມາເຊິ່ງສັນຕິພາບ ໃຫ້ແກ່ບັນດາເຂດຖືກຜົນສະທ້ອນຈາກການປະທະກັນ.

 

ຕອບກັບ

ຂ່າວ/ບົດ​ອື່ນ