ອີຢິບ ແລະ ອາເມລິກາ ໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ

(VOVWORLD) - ທ່ານປະທານາທິບໍດີ ອີຢິບ Abdel-Fattah El-Sisi ແລະ ຄູ່ຕຳແໜ່ງອາເມລິກາ Joe Biden ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາເມລິກາ - ອີຢິບ
ອີຢິບ ແລະ ອາເມລິກາ ໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1ທ່ານປະທານາທິບໍດີ ອີຢິບ Abdel-Fattah El-Sisi ແລະ ຄູ່ຕຳແໜ່ງອາເມລິກາ Joe Biden
(ພາບ: AFP/TTXVN)

ວັນທີ 16 ກໍລະກົດ, ທ່ານປະທານາທິບໍດີ ອີຢິບ Abdel-Fattah El-Sisi ແລະ ຄູ່ຕຳແໜ່ງອາເມລິກາ Joe Biden ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາເມລິກາ - ອີຢິບ, ເພີ່ມທະວີການທາບທາມຄວາມເຫັນກ່ຽວກັບບາງສິ່ງທ້າທາຍດ້ານຄວາມໝັ້ນຄົງຢູ່ພາກພື້ນ ແລະ ໃນທົ່ວໂລກ.

ຕາມຖະແຫຼງການຮ່ວມທີ່ຍົກອອກມາພາຍຫຼັງການເຈລະຈາລະຫວ່າງການນຳສອງຝ່າຍ ຈັດຂຶ້ນຢູ່ນອກກອງປະຊຸມສຸດຍອດ ອາຣັບ - ອາເມລິກາ ເມື່ອວັນທີ 16 ກໍລະກົດ, ຢູ່ Jeddah, ອາຣັບບິ ຊາອຸດິ, ສອງຝ່າຍໄດ້ຢ້ຳຄືນຄຳໝັ້ນສັນຍາ ຕໍ່ການເຈລະຈາຍຸດທະສາດ ອາເມລິກາ - ອີຢິບ ໂດຍທ່ານລັດຖະມົນຕີການຕ່າງປະເທດ Antony Blinken ແລະ Sameh Shoukry ເປັນປະທານຮ່ວມ. ການນຳສອງທ່ານໄດ້ສະແດງຄວາມຫວັງຈະພົບປະຄືນໃໝ່ໃນໄລຍະຈະມາເຖິງ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ