ອີຢິບກະຕຸກຊຸກຍູ້ ອາເມລິກາ ຟື້ນຟູວິວັດການເຈລະຈາເພື່ອສັນຕິພາບຢູ່ຕາເວັນອອກກາງ

(VOVWORLD) - ອາເມລິກາ ຄວນຟື້ນຟູບັນດາການເຈລະຈາລະຫວ່າງ ປາແລດສະຕີນ ແລະ ອິດສະຣາແອນ, ດ້ວຍບົດບາດແມ່ນນັກອຸປະຖຳຕົ້ນຕໍໃຫ້ແກ່ວິວັດການເພື່ອສັນຕິພາບຢູ່ ຕາເວັນອອກກາງ.

ວັນທີ 12 ກຸມພາ, ທີ່ການຕ້ອນຮັບທ່ານ Rex Tillerson ຢູ່ນະຄອນຫຼວງ ກາຍໂຣ, ທ່ານ Abdel Fattah El Sisi, ປະທານາທິບໍດີ ອີຢິບ ເນັ້ນໜັກວ່າ: ອາເມລິກາ ຄວນຟື້ນຟູບັນດາການເຈລະຈາລະຫວ່າງ ປາແລດສະຕີນ ແລະ ອິດສະຣາແອນ, ດ້ວຍບົດບາດແມ່ນນັກອຸປະຖຳຕົ້ນຕໍໃຫ້ແກ່ວິວັດການເພື່ອສັນຕິພາບຢູ່ ຕາເວັນອອກກາງ. ທ່ານ Bassam Rady, ໂຄສົກຂອງທຳນຽບປະທານາທິບໍດີ ອີຢິບ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Abdel Fattah El Sisi ຢືນຢັນຫຼັກໝັ້ນຂອງ ອີຢິບ ກ່ຽວກັບເລື່ອງບັນລຸໄດ້ມາດຕະການຮອບດ້ານ ແລະ ຍຸຕິທຳ ເພື່ອແນໃສ່ຮັບປະກັນສິດຂອງຊາວ ປາແລດສະຕິນ ກໍ່ຄືມຸ່ງໄປເຖິງການສ້າງຕັ້ງລັດເອກະລາດຂອງຊາວ ປາແລດສະຕິນ ດ້ວຍ Jerusalem ຕາເວັນອອກ ແມ່ນນະຄອນຫຼວງ, ໂດຍອີງໃສ່ບັນດາເສັ້ນຊາຍແດນປີ 1967 ແລະ ເໝາະສົມກັບມະຕິສາກົນ. ທ່ານປະທານາທິບໍດີ ອີຢິບ Abdel Fattah El Sisi ແລະ ທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson ກໍ່ປຶກສາຫາລືສະພາບການຢູ່ ລີບີ ແລະ ຊີຣີ ກໍ່ຄືບັນດາຄວາມມານະພະຍາຍາມມຸ່ງໄປເຖິງມາດຕະການການເມືອງໃຫ້ແກ່ບັນດາວິກິດການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ