ອີຢີບຈະຈັດການເລືອກ ຕັ້ງປະທານາທິບໍດີ ກ່ອນການເລືອກຕັ້ງ ສະພາແຫ່ງຊາດ


ອີຢີບຈະຈັດການເລືອກ ຕັ້ງປະທານາທິບໍດີ ກ່ອນການເລືອກຕັ້ງ ສະພາແຫ່ງຊາດ - ảnh 1

ງານ​ຊຸມນຸມ​ມິ​ຕິງ​ລະນຶກ 3 ປີ​ແຫ່ງ​ການ​ລຸກ​ຮຶ້ນຂຶ້ນ​ລະດູບານ​ໃຫ່ມອາຣັບ

 (ພາບ: AFP/TTXVN)) 

(vovworld)- ວັນ​ທີ 26/1, ປະທານາທິບໍດີ​ຊົ່ວຄາວ​ອີ​ຢີບ Adlly Mansour ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້​ຈະ​ດຳ​ເນີນການ​ເລືອກ​ຕັ້ງປະທານາທິບໍດີ​ກ່ອນ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ. ກ່ອນໜ້າ​ນັ້ນ​ແລ້ວ, ຕາມລັດຖະທຳ​ມະນູນ​ສະບັບ​ໃໝ່​ທີ່​ໄດ້​ຮັບ​ຄວາມ​ເຫັນ​ດີຈາກ ປຊຊ ​ເປັນ​ສ່ວນ​ຫຼາຍ​ໃນ​ການ​ລົງ​ປະຊາ​ມະຕິ​ເມື່ອ​ວັນ​ທີ 14-15/1, ການ​ເລືອກ​ຕັ້ງປະທານາທິບໍດີ ​ແລະ ​ເລືອກຕັ້ງສະພາ​ແຫ່ງ​ຊາດ ຕ້ອງ​ຈັດ​ຂຶ້ນ​ໃນ​ຮອບເວລາ 6 ​ເດືອນ​ພາຍ​ຫລັງທີ່ລັດຖະທຳ​ມະນູນ​ສະບັບ​ໃໝ່​​ໄດ້​ຮັບ​ການ​ຮັບຮອງ​ເອົາ ​ແລະ ຂັ້ນຕອນ​ການຈັດຕັ້ງ​ແມ່ນ​ຂຶ້ນ​ກັບສິດ​ຕັດສິນ​ຂອງປະທານາທິບໍດີ​ຊົ່ວຄາວ​ອີ​ຢີບ Adlly Mansour. ຫາງ​ສຽງ​ຄາດ​ວ່າ, ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ຈະ​ຖືກ​ຈັດ​ຂຶ້ນ​ກ່ອນ. ສະນັ້ນ, ວົງ​ການ​ນັກ​ໄຈ້​ແຍກ​ຕີ​ລາຄາ​ວ່າ, ຄຳ​ປະກາດ​ຂອງປະທານາທິບໍດີ​ Adlly Mansour ກ່ຽວ​ກັບ​ການຈັດຕັ້ງການ​ເລືອ​ກຕັ້ງປະທານາທິບໍດີ​ກ່ອນ​ແມ່ນ​ການ​ປ່ຽນ​ແປງຂັ້ນຕອນ​ເພື່ອ​ແນ​ໃສ່​ສ້າງ​ໂອກາດ​ອັນ​ແນ່ນອນ​ໃຫ້​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Abdel Fattah El Sisi ຍາດ​​ເອົາໄຊຊະນະ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ./.

 

 

ຂ່າວ/ບົດ​ອື່ນ