ອີຢິບມານະພະຍາຍາມຊຸກຍູ້ວິວັດທະນາການສັນຕິພາບຢູ່ຕາເວັນອອກາງ

(VOVWORLD) -ຢູ່ນອກກອງປະຊຸມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 72 ຢູ່ນິວຢອກ,  ປະເທດອາເມລິກາ, ວັນທີ 19 ກັນຍາ

ອີຢິບມານະພະຍາຍາມຊຸກຍູ້ວິວັດທະນາການສັນຕິພາບຢູ່ຕາເວັນອອກາງ - ảnh 1 ທ່ານປະທານາທິບໍດີອີຢິບ Abdel Fattah El Sisi

(ພາບປະກອບ: AFP/TTXVN)

ທ່ານປະທານາທິບໍດີອີຢິບ Abdel Fattah El Sisi ໄດ້ມີການພົບປະສະເພາະກັບຄູ່ຮ່ວມຕຳແໜ່ງປາແລດສະຕິນ Mahmoud Abbas ແລະ ທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Neranyahu, ປຶກສາຫາລືວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ ແລະ ກໍ່ຄືການໄກ່ເກ່ຍປອງດອງຊາດປາແລດສະຕິນ ລະຫວ່າງ 2 ຝ່າຍການເມືອງຫຼັກແຫຼ່ງແມ່ນ Hamas ແລະ Fatah. ທີ່ການພົບປະ, ທ່ານ Sisi ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ “ເຊື່ອມຕໍ່ການເຈລະຈາຄືນໃໝ່ລະຫວ່າງອິດສະຣາແອນ ແລະ ປາແລດສະຕິນ ເພື່ອແນໃສ່ບັນລຸໄດ້ມາດຕະການແກ້ໄຂຢ່າງຮອບດ້ານ”. ຄຽງຂ້າງນັ້ນ, ການນຳ 2 ທ່ານກໍ່ໄດ້ປຶກສາຫາລື “ວິທີການເຊື່ອມຕໍ່ວິວັດທະນາການສັນຕິພາບ ແລະ ເລື່ອງສ້າງຕັ້ງລັດປາແລດສະຕິນຄືນໃໝ່”. ໃນຂະນະນັ້ນ, ທ່ານປະທານນາທິບໍດີ Sisi ແລະ ຄູ່ຕຳແໜ່ງປາແລດສະຕິນ ໄດ້ເຫັນດີສືບຕໍ່ມານະພະຍາຍາມເພື່ອແນໃສ່ມຸ່ງໄປເຖິງມາດຕະການແກ້ໄຂແບບ 2 ລັດ.

ຕອບກັບ

ຂ່າວ/ບົດ​ອື່ນ