ອີຢູບໍ່ເຫັນດີກັບການຈັດວາງຄຳສັ່ງລົງໂທດໃໝ່ສຳລັບລັດເຊຍແລະຊີຣີ

ອີຢູບໍ່ເຫັນດີກັບການຈັດວາງຄຳສັ່ງລົງໂທດໃໝ່ສຳລັບລັດເຊຍແລະຊີຣີ - ảnh 1
ທ່ານນາງ Federica Mogherini
(ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາ​ມ)

(vovworld) – ທ່ານນາງ Federica Mogherini, ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ຮັບ​ຜິດ​ຊ​ອບ​ນະ​ໂຍ​ບາຍ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ໃຫ້​ຮູ້​ວ່າ: ​ທ່ານ​ນາງ ບໍ່​ເຫັນ​ດີ​ເລື່ອງ​ປຶກ​ສາ​ຫາ​ລື​ບັນ​ດາ​ຄ​ຳ​ສັ່ງ​ລົງ​ໂທດ​ໃໝ່​ສຳ​ລັບ ລັດ​ເຊຍ ຫຼື ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ Bashar al – Assad. ທ່ານ​ນາງ Federica Mogherini ຖື​ວ່າ ປະ​ຊາ​ຄົມ​ສາ​ກົນ​ຕ້ອງ​​ຟື້ນ​ຟູ​ວິ​ວັດ​ທະ​ນາ​ການ​ການ​ເມືອງ ເພື່ອ​ແກ້​ໄຂ​ບັ້​ນ​ຮົບ​ຢູ່ ຊີ​ຣີ. ທັດ​ສະ​ນະ​ດັ່ງ​ກ່າວ​ໂດຍ​ທ່ານ​ນາງ Mogherini ຍົກ​ອອກ​ມາ​ທີ່​ການ​ພົບ​ປະ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban ki moon ຢູ່ນອກກອງ​ປະ​ຊຸມ​ສາ​ກົນ​ໜູນ​ຊ່ວຍ ອາບ​ກາ​ນິດ​ສະ​ຖານ​ເຊິ່ງ ຈັດ​ຕັ້ງ​ຢູ່ ບ​ຣຸກ​ແຊນ, ປະ​ເທດ ແບນ​ຊິກ, ພາຍຫຼັງ ອາ​ເມ​ລິ​ກາ ປະ​ກາດ​ຢຸດ​ຕິ​ການ​ເຈ​ລະ​ຈາ​ກັບ ລັດ​ເຊຍ ກ່ຽວ​ກັບ ຊີ​ຣີ 2 ວັນ.  ທ່ານ​ນາງ Mogherini ຖື​ວ່າ: ມາດ​ຕະ​ການ​ການ​ເມືອງ ອາດ​ຈະ​ແກ້​ໄຂ​ບັນ​​ຫາ​ຢູ່ ຊີ​ຣີ ໄດ້​​ແມ່ນຍ້ອນ​ວ່າ​ບັນ​ຫາບໍ່​ແມ່ນ​ວ່າ​ຝ່າຍ​ໃດ​ຍາດ​ໄດ້​ໄຊ​ຊະ​ນະ​ດ້ານ​ການ​ທະ​ຫານ. ຕາມ​ທ່ານ​ນາງ​ແລ້ວ, ອີ​ຢູ ຕ້ອງ​ຮັກ​ສາ ແລະ ​ສ້າງ​ສະ​ພາບ​ແວດ​ລ້ອມ​ຄືນ​ໃໝ່​ໃຫ້​ບັນ​ດາ​ວິ​ວັດ​ທະ​ນາ​ການ​​ດ້ານການ​ເມືອງ​ໄດ້​ຮັບ​ການ​ປະ​ຕິ​ບັດ. ທ່ານ​ນາງກໍ່​ຖື​ວ່າ: ທູດ​ພິ​ເສດ​ຂອງ ສ​ປ​ຊ ກໍ່​ຄວນ​ມີ​ຄວາມ​ຮັບ​ຜິດ​ຊອບ, ​ສືບ​ຕໍ່​ໜ້າ​ທີ່​ເພື່ອ​ຍົກ​ອອກ​ມາດ​ຕະ​ການດ້ານ​ການ​ເມືອງ​ເພື່ອ​ເປີດ​​ຊ່ອງ​ທາງໃຫ້​ແກ່​ບັນ​ຫາ​ຊີ​ຣີ.


ຂ່າວ/ບົດ​ອື່ນ