ອີຢູປະກາດຍັງເປີດ ປະຕູຮ່ວມມືກັບ ຢູແກຼນ


ອີຢູປະກາດຍັງເປີດ ປະຕູຮ່ວມມືກັບ ຢູແກຼນ - ảnh 1

ປະທານ​ນາ​ທິບໍດີ​ລັດ​ເຊຍ ​ແລະ ຢູ​ແກຼນ

(ພາບ: AFP)

(vovworld)-  ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ກີ​ແອບ ​ແລະ ມົດ​ສະ​ກູ ​ໃນ​ຂອບ​ເຂດ​ການ​ປຢ້ຽມຢາມ​ລັດ​ເຊຍ ຂອງ​ປະທານາທິບໍດີ ຢູ​ແກຼນ Viktor Yanukovich ບໍ່​ກີດຂວາງ​ການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ລະຫວ່າງ ຢູ​ແກຼນ ​ແລະ ສະຫະພາບ​ເອີ​ລົບ (ອີ​ຢູ).

  ທີ່​ການ​ປະຊຸມ​ຄະນະ​ກຳມະການ​ບັນ​ກາ​ບັນຫາ​ການ​ຕ່າງປະ​ເທດ​ຂອງ​ລັດຖະສະພາ​ເອີ​ລົບ ​ເມື່ອ​ວັນ​ທີ 18/12, ທ່ານ​ນາງ Catherin Ashton ຜູ້ຕາງໜ້າ​ຂັ້ນສູງອີ​ຢູ ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາ​ມສະ​ຫງົບ ​ແລະ ການ​ຕ່າງປະ​ເທດ ​ໄດ້​ຍົກ​ອອກ​ຄຳ​ປະກາດ​ດັ່ງ​ກ່າວ ພ້ອມ​ທັງ​ໃຫ້​ຮູ້​ວ່າ: ອີ​ຢູ ຍັງ​ເປີດ​ປະຕູ ສຳລັບ ຢູ​ແກຼນ.

  ອີ​ຢູ ຮັບ​ຮູ້​ລັກສະນະ​ເປັນ​ປົກກະຕິ​ຂອງ​ບັນດາ​ຂໍ້​ຕົກລົງລະຫວ່າງ​ກີ​ແອບ ​ແລະ ມົດ​ສະ​ກູ ທີ່​ມີ​ຕໍ່​ເສດຖະກິດ ຢູ​ແກຼນ ​ແຕ່​ອີ​ຢູ ກໍ່ສະ​ແດງ​​ໃຫ້​ເຫັນ​ຄຳ​ເຫັນ​ວ່າ: ​ເລື່ອງ ຢູ​ແກຼນ ​ໄດ້​ຮັບ​ບ້ວງ​ເງິນ​ກູ້​ຊ່ວຍ​ຕ້ານ​ວິ​ກິດ​ການຈາກ​ກອງ​ທຶນ​ເງິນຕາ​ສາກົນ ​ໄດ້ອະນຸຍາດ​ຮັບປະກັນ​ບັນດາ​ຫຼັກການ​ຈະ​ແຈ້ງ​ທີ່​ສຸດ ​ເພື່ອ​ຊ່ວຍ​ປະ​ເທດ​ນີ້ຫລີກ​ລ້ຽງ​ວິ​ກິດ​ການດ້ານ​ການ​ເງິນຕາ​ມມາດຖານ​ສາກົນ./.

 

ຂ່າວ/ບົດ​ອື່ນ