ອີຢູສ້າງແຜນການເປີດປະຕູຊາຍແດນຄືນໃໝ່

(VOVWORLD) -ສະຫະພາບເອີລົບ (ອີຢູ) ໄດ້ສ້າງແຜນການເປີດປະຕູຊາຍແດນພາຍໃນກຸມຄືນໃໝ່ນັບແຕ່ວັນທີ 15 ມິຖຸນາ ແລະ ອະນຸຍາດໃຫ້ນັກທ່ອງທ່ຽວມາຈາກບັນດາປະເທດ Balkan ເຂົ້າເມືອງນັບແຕ່ວັນທີ 01 ກໍລະກົດ ຈະມາເຖິງ.

ອີຢູສ້າງແຜນການເປີດປະຕູຊາຍແດນຄືນໃໝ່ - ảnh 1 ອີຢູສ້າງແຜນການເປີດປະຕູຊາຍແດນຄືນໃໝ່

(ພາບປະກອບ: AFP/TTXVN)

ແຜນການດັ່ງກ່າວໄດ້ຮັບການຊັ່ງຊາພາຍຫຼັງທີ່ຫຼາຍປະເທດໄດເລີ່ມຜ່ອນຜັນຈຳກັດການໄປມາ ເພື່ອແນໃສ່ສະກັດກັ້ນໂລກລະບາດໂຄວິດ-19 ທີ່ແຜ່ລະລາດ ແລະ ພວມມານະພະຍາຍາມຟື້ນຟູການທ່ອງທ່ຽວໃນຕົ້ນລະດູຮ້ອນນີ້. ຕາມຄະນະກຳມະການເອີລົບ (EC) ແລ້ວ, ບັນດາການຈຳກັດຄວນໄດ້ຍົກເລີກນັບແຕ່ວັນທີ 01 ກໍລະກົດ ສຳລັບ Albania, Bosnia – Herzegovina, Mongtenego… ຍ້ອນ “ສະພາບລະບາດວິທະຍາຢູ່ບັນດາປະເທດນີ້ແມ່ນຄ້າຍຄືກັນ ຫຼື ດີກວ່າຢູ່ອີຢູ”.

        ກ່າວຄຳເຫັນໃນວັນທີ 11 ມິຖຸນາ, ເມື່ອປະກາດແຜນການດັ່ງກ່າວ, ທ່ານ Ylva Johansson, ກຳມະການຜູ້ຮັບຜິດຊອບບັນດາບັນຫາພາຍໃນຂອງອີຢູ ເນັ້ນໜັກວ່າ: “ການໄປມາລະຫວ່າງບັນດາປະເທດແມ່ນຂໍກຸນແຈໃຫ້ແກ່ການທ່ອງທ່ຽວ ແລະ ດຳເນີນທຸລະກິດ, ກໍຄືສຳລັບການເຊື່ອມຕໍ່ຄອບຄົວ ແລະ ເພື່ອນມິດ”. ຕາມເຈົ້າໜ້າທີ່ທ່ານນີ້ແລ້ວ, ປະຈຸບັນແມ່ນຈຸດເວລາທີ່ເໝາະສົບເພື່ອກະກຽມຍົກເລີກບັນດາຂໍ້ຈຳກັດກັບບັນດາປະເທດ ສະພາບການລະບາດວິທະຍາທີ່ຄ້າຍຄືກັນຢູ່ອີຢູ ພ້ອມກັບຕ້ອງມີຄວາມລະມັດລະວັງ.

ຕອບກັບ

ຂ່າວ/ບົດ​ອື່ນ