ອີຢູເລີ່ມດຳເນີນວິວັດທະນາການນິຕິກຳແນໃສ່ອັງກິດ

(VOVWORLD) -ອີຢູ ໄດ້ຕົກລົງສົ່ງ “ຈົດໝາຍແຈ້ງການທາງການ” ເຖິງອັງກິດ ຍ້ອນປະເທດນີ້ໄດ້ລະເມີດບັນດາມາດຕາຂອງຂໍ້ຕົກລົງຖອນຕົວ.

ອີຢູເລີ່ມດຳເນີນວິວັດທະນາການນິຕິກຳແນໃສ່ອັງກິດ - ảnh 1 ທ່ານນາງປະທານຄະນະກຳມະການເອີລົບ (EC) Ursula von der Leyen

(ພາບ: Reuters)

ສະຫະພາບເອີລົບ (ອີຢູ) ດຳເນີນລະບຽບການດ້ານນິຕິກຳເພື່ອແນໃສ່ຕ້ານຄືນລາຊະອານາຈັກອັງກິດ ທີ່ກ່ຽວຂ້ອງເຖິງຮ່າງກົດໝາຍທີ່ກໍ່ຄວາມໂຕ້ຖຽງກັນ ຂອງປະເທດນີ້ເພື່ອແນໃສ່ປ່ຽນແທນໃຫ້ບັນດາມາດຕາທີ່ກຳນົດໃນຂໍ້ຕົກລົງຖອນຕົວ.

        ຕອນເຊົ້າວັນທີ 01 ຕຸລາ, ທ່ານນາງປະທານຄະນະກຳມະການເອີລົບ (EC) Ursula von der Leyen ຖະແຫຼງວ່າ, ອີຢູ ໄດ້ຕົກລົງສົ່ງ “ຈົດໝາຍແຈ້ງການທາງການ” ເຖິງອັງກິດ ຍ້ອນປະເທດນີ້ໄດ້ລະເມີດບັນດາມາດຕາຂອງຂໍ້ຕົກລົງຖອນຕົວ. ກ່ອນໜ້ານັ້ນ, EC ໄດ້ວາງກຳນົດສຸດທ້າຍເພື່ອໃຫ້ອັງກິດ ຖອນບັນດາມາດຕາທີ່ກໍ່ຄວາມໂຕ້ຖຽງກັນອອກຈາກຮ່າງກົດໝາຍວ່າດ້ວຍຕະຫຼາດພາຍໃນ ເພື່ອແນໃສ່ຫຼີກລ້ຽງການເກີດເຫດຮ້ອງຟ້ອງ. ທ່ານນາງ Ursula von der Leyen ເນັ້ນໜັກວ່າ, ການກຳກົດເວລາສຸດທ້າຍໄດ້ໝົດລົງແລ້ວໃນວັນທີ 30 ກັນຍາ, ແຕ່ອັງກິດ ຍັງບໍ່ທັນຕອບຕາມສະໜອງຄວາມຮຽກຮ້ອງ. ສະນັ້ນ, EC ຕົກລົງສົ່ງຈົດໝາຍແຈ້ງການທາງການເຖິງລັດຖະບານອັງກິດ, ເຊິ່ງແມ່ນບາດກ້າວທຳອິດໃນລະບຽບການນິຕິກຳ.

        ປະຕິກິລິຍາຂອງອັງກິດ ຕໍ່ການກະທຳຂອງ EC ແມ່ນ, ອັງກິດ ຖະແຫຼງວ່າໄດ້ຍົກອອກເຫດຜົນປ່ຽນແປງມາດຕາກ່ຽວກັບບັນຫາຊາຍແດນອຽກລັງ ໃນຂໍ້ຕົກລົງຖອນຕົວແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ