ອີຣັກ ສະເໜີເປັນປະເທດຢືນກາງຫລຸດຜ່ອນຄວາມເຄັ່ງຕຶງລະຫວ່າງ ອີຣານ ແລະ ອາເມລິກາ

(VOVWORLD) - ອີຣັກ ຄັດຄ້ານບັນດາມາດຕະການລົງໂທດຂອງ ອາເມລິກາ ສຳລັບ ອີຣານ ແລະ ສະເໜີເປັນປະເທດຢືນກາງໄກ່ເກ່ຍ ແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງໃນປັດຈຸບັນລະຫວ່າງ 2 ປະເທດພັນທະມິດຂອງປະເທດນີ້.
ອີຣັກ ສະເໜີເປັນປະເທດຢືນກາງຫລຸດຜ່ອນຄວາມເຄັ່ງຕຶງລະຫວ່າງ ອີຣານ ແລະ ອາເມລິກາ - ảnh 1 ທ່ານ Mohammed al-Hakim ແລະ ຄູ່ຕຳແໜ່ງ ອີຣານ Mohammad Javad Zarif (ພາບ: Reuters) 

ນີ້ແມ່ນຄຳຖະແຫຼງຂອງທ່ານລັດຖະມົນຕີການຕ່າງປະເທດ ອີຣັກ Mohammed al-Hakim ໄດ້ຍົກອອກມາໃນວັນທີ 26 ພຶດສະພາ ທີ່ກອງປະຊຸມຖະແຫຼງຂ່າວຢູ່ Baghdad ກັບຄູ່ຕຳແໜ່ງ ອີຣານ Mohammad Javad Zarif ທີ່ພວມຢູ່ຢ້ຽມຢາມ ອີຣັກ.

        ທ່ານລັດຖະມົນຕີການຕ່າງປະເທດ ອີຣັກ Mohammed al-Hakim ຢືນຢັນວ່າ: ອີຣັກ ຈະຮຽງບ່າຮຽງໄລ່ກັບປະເທດບ້ານໃກ້ເຮືອນຄຽງ ອີຣານ, ພ້ອມທັງເນັ້ນໜັກວ່າ: ເລື່ອງປິດລ້ອມເສດຖະກິດແມ່ນມາດຕະການ “ໄຮ້ຜົນປະໂຫຍດ” ແລະ ກໍ່ຄວາມເສຍຫາຍຢ່າງໜັກສຳລັບປະຊາຊົນ ອີຣານ. ດັ່ງນັ້ນ, Baghdad ຄັດຄ້ານມາດຕະການນີ້ ກໍ່ຄືບັນດາມາດຕະການ ເຊິ່ງ ວໍຊິງຕັນ ຈັດວາງແນໃສ່ ເຕເຮຣານ ພຽງລຳພັງຝ່າຍດຽວ.

ຕອບກັບ

ຂ່າວ/ບົດ​ອື່ນ