ອີ​ຣັກ: ເກີດ​ເຫດສາງ​ລູກ​ປືນ​ຢູ່​ແບກ​ແດດລະ​ເບີດ​ຂຶ້ນ

(VOVWORLD) -ຕອນຄ່ຳວັນທີ 12 ສິງຫາ, ເຫດລະເບີດຂະໜາດໃຫ່ຍໄດ້ເກີດຂຶ້ນຢູ່ຖານທີ່ໝັ້ນແຫ່ງ 1 ຢູ່ທາງທິດໃຕ້ນະຄອນຫຼວງແບກແດດ ປະເທດອີຣັກ.
ອີ​ຣັກ: ເກີດ​ເຫດສາງ​ລູກ​ປືນ​ຢູ່​ແບກ​ແດດລະ​ເບີດ​ຂຶ້ນ - ảnh 1

ພາບ: Twitter/VOV.

    ເດການດັ່ງກ່າວໄດ້ເຮັດໃຫ້ຢ່າງໜ້ອຍສຸດ 1 ຄົນເສຍຊີວິດ ແລະ 29 ຄົນຖືກບາດເຈັບ. ເຫດລະເບີດນີ້ໄດ້ເຮັດໃຫ້ຊາວບ້ານຢູ່ເຂດເຮືອນອ້ອມແອ້ມ 13 ຄົນຖືກບາດເຈັບ.

   ປະຈຸບັນ, ບໍ່ທັນມີການລາຍງານກ່ຽວກັບຈຳນວນຜູ້ເສຍຊີວິດ ແລະ ຖືກບາດເຈັບຈາກບັນດາກຳລັງປ້ອງກັນຄວາມສະຫງົບຢູ່ໃນເຂດຖານທີ່ໝັ້ນເທື່ອ. ຂ່າວຫຼ້າສຸດໃຫ້ຮູ້ວ່າ ເຫດລະເບີດດັ່ງກ່າວເກີດຂຶ້ນ ໃນວິວັດການທຳລາຍບັນດາຫົວລູກປືນເກົ່າ. ສະຖານທູດອາເມລິກາ ປະຈຳ “ເຂດຂຽວ” ກໍຖືກແຈ້ງເຕືອນຍ້ອນວ່າມີບາງຫົວລູກປືນລະເບີດຂຶ້ນຢູ່ເຂດມໍ່ໆນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ