ອີຣັກ:ປະທານາທິບໍດີ ມອບໝາຍໃຫ້ຮອງປະທານ ສະພາແຫ່ງຊາດສ້າງຕັ້ງ ລັດຖະບານໃໝ່


ອີຣັກ:ປະທານາທິບໍດີ ມອບໝາຍໃຫ້ຮອງປະທານ ສະພາແຫ່ງຊາດສ້າງຕັ້ງ ລັດຖະບານໃໝ່ - ảnh 1

ທ່ານ Haidar al Abadi

(ພາບ: AFP )

(vovworld) –​ວັນ​ທີ 11/8, ປະທານາທິບໍດີ​ອີຣັກ Fuad Masum ມອບ​ໝາຍໃຫ້ທ່ານ Haidar al Abadi ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງນາຍົກລັດຖະມົນຕີຈາກສຳພັນ​ທະ​ມິດ​ອິດ​ຊະລາ​ມນິກາຍ​ຊີ​ອະ ​ຫຼັກ​ແຫຼ່ງຂອງ ອີຣັກ, ທັງ​ເປັນ​ຮອງປະທານ​ສະພາ​ແຫ່ງ​ຊາດ​ໃຫ້ສ້າງຕັ້ງລັດຖະບານ​ໃໝ່. ​ໃນ​ພິທີ​ທີ່​ຖືກ​ຖ່າຍ​ຖອດ​ສົດ​ທາງ​​ໂທລະພາບ, ປະທາ ນາທິບໍດີ​ອີຣັກ Fuad Masum ​ໄດ້​ເວົ້າກັບ​ທ່ານ Haidar al Abadi ວ່າ: “ປະຈຸ​ບັນ, ປະ​ເທດ​ຊາດ​ພວມ​ຢູ່ໃນ​ກຳມື​ຂອງ​ທ່ານ“. ກ່າວ​ຄຳ​ເຫັນ​ພາຍຫຼັງ​ຖືກ​ສະ​ເໜີ​ສ້າງຕັ້ງລັດ​ຖະບານ, ທ່ານ Haidar al Abadi ປະກາດ​ວ່າ: “ພວກ​ເຮົາ​ທຸກ​ຄົນ​ຕ້ອງ​ຮ່ວມ​ມື​ກັນ​ເພື່ອ​ຕ້ານ​ບັ້ນກໍ່​ການ​ຮ້າຍ​ຢູ່​ອີຣັກ ​ແລະ ສະກັດ​ກັ້ນກຸ່ມ​ກໍ່​ການ​ຮ້າຍ​ທັງ​ໝົດ“. ການ​ກະທຳ​ດັ່ງກ່າວ​ອາດ​ຈະ​ເຮັດ​ໃຫ້​ວິ​ກິດ​ການ​ການ​ເມືອງ​ໃນ​ຈຸດ​ເວລາ​ທີ່​ອີຣັກ ພວມ​ຕ້ອງການ​ແນວ​ໂຮມ​ເອກະ​ພາບ​ຕ້ານ​ຄືນ​ການ​ລຸກ​ຮຶ້ຂຶ້ນ​ທີ່​ນັບ​ມື້​ນັບ​ແຂງ​ແຮງ​ກ່ວາ​ຂອງ​ພວກ​ທະຫານ​ກະບົດ ​ເລິກ​ເຊິ່ງຂຶ້ນ​ຕື່ມ. ​ໃນ​ຈຸດ​ເວລາ​ນີ້, ທ່ານ​ນາຍົກລັດ ຖະມົນຕີອີຣັກ Nuri Maliki ປະກາດ​ວ່າ​ບໍ່​ມີ​ເຈດ​ຕະນາ​ປະລະ​ຄວາມ​ມານະ​ພະຍາຍາມ​ສືບ​ຕໍ່​ຮັບ​ຕຳ​ແໜ່​ງ​ໃນ​ອາຍຸ​ການ​ທີ 3.

  ​ໃນ​ວັນ​ດຽວ​ກັນ, ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຢັ້ງຢືນ​ວ່າ, ການ​ສ້າງຕັ້ງລັດຖະບານ​ໃໝ່ ​ໄດ້​ສວມ​ບົດ​ບາດສຳຄັນ​ທີ່​ສຸດ​ສຳລັບ​ສະຖຽນ​ລະ​ພາບ​ຢູ່​ອີຣັກ, ພ້ອມ​ທັງ​ຊຸກຍູ້ທ່ານ​ນາຍົກລັດຖະມົນຕີອີຣັກ Nuri Maliki ບໍ່ຄວນ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ການ​ເມືອງ​ປິນຂັ້ນ​ໄດ​ຕື່ມ​ອີກ./.

ຂ່າວ/ບົດ​ອື່ນ