ອີຣັກຮັບບັນດາເຮືອບິນສູ້ຮົບທຳອິດໂດຍລັດເຊຍສະໜອງ

ອີຣັກຮັບບັນດາເຮືອບິນສູ້ຮົບທຳອິດໂດຍລັດເຊຍສະໜອງ - ảnh 1
ເຮຶືອບິນ Su 25
(ພາບ: AFP)

(vovworld) - ວັນ​ທີ 29/6, ກະຊວງ​ປ້ອງ​ກັນ​ປະ​ເທດ ອີຣັກ ປະກາດ​ວ່າ: ປະ​ເທດ​ນີ້​ໄດ້​ຮັບ​ບັນດາ​ເຮືອບິນ​ສຸ້ຮົບ​ Sukhoi ຄັ້ງທຳ​ອິດ​ໂດຍ ລັດ​ເຊຍ ສະໜອງ​​ໃຫ້​ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ອີຣັກ ​ເພື່ອຕ້ານ​ທະຫານ​ກະບົດ​ຊາວ​ຊັນ​ນີ. ​ເຮືອບິນ Sukhoi – 25  ຈຳນວນ 5 ລຳດັ່ງກ່າວ​ຈະ​ຖືກ​ນຳ​ໃຊ້​ໃນ 2 – 3 ວັນ​ຈະ​ມາ​ເຖິງ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ກຳລັງ​ແຮງ​ໃຫ້ກອງທັບ​ອາກາດ ​ແລະ ໜູນ​ຊ່ວຍ​ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ທີ່ປະຕິບັດ​ໜ້າ​ທີ່​ລົບ​ລ້າງ​ລັດທິ​ກໍ່​ການ​ຮ້າຍ​ຢູ່ະ​ເທດ​ນີ້. ກ່ອນ​ໜ້າ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ອີຣັກ Nouri al – Maliki ​ໃຫ້​ຮູ້​ວ່າ: ລັດຖະບານ​ປະ​ເທດ​ນີ້​ໄດ້​ເຊັນສັນຍາ​ກັບ ລັດ​ເຊຍ ​ແລະ ​ເບ​ລາຣຸດ ຊື້​ເຮືອບິນ​ສູ້ຮົບ​​ເກົ່າ, ທີ່​ມີ​ມຸນ​ຄ່າ​ປະມານ 500 ລ້ານ USD. ອີຣັກຕົກ​ເຂົ້າ​ສູ່​ສະພາບ​ຂາ​ດສະຖຽນລະ​ພາບ​​ໃນກ່ວາ 2 ອາທິດ​ຜ່ານ​ມາ, ​ເມື່ອ​ບັນ​ດາ​ມື​ປືນລຸກ​ຮື້​ຂຶ້ນ​ຊາວ ຊັນ​ນີ ​ໂດຍ​ກຸ່ມ​ຄົນ​ທີ່ຂະໜານ​ນາມ​ວ່າ “ລັດ​ອິດສະ​ລາມ ອີຣັກ ​ແລະ ຊາວ Levant” (ISIL) ນຳ​ໜ້າ​​ໄດ້ປຸກລະດົມ​ການ​ບຸກ​ໂຈມ​ຕີ​ໂດຍ​ບັງ​ເອີນ ​ແລະ ​ໄດ້​ຄວບ​ຄຸມ​ເຂດ​ຕ່າງໆ​ທາ​ງພາກ​ເໜືອ ​ແລະ ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ນີ້.


ຂ່າວ/ບົດ​ອື່ນ