ອີຣານ ກ່າວຫາການກໍ່ການຮ້າຍໂດຍມີຕ່າງປະເທດໜູນຫລັງດຳເນີນເຫດບຸກໂຈມຕີຢູ່ Chabahar

(VOVWORLD) - ວັນທີ 06 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ໄດ້ກ່າວຫາບັນດາເປົ້າໝາຍກໍ່ການຮ້າຍທີ່ໄດ້ຮັບການໜູນຫລັງຈາກຕ່າງປະເທດ ໄດ້ດຳເນີນບັນດາເຫດບຸກໂຈມຕີຢູ່ນະຄອນທ່າກ່ຳປັ່ນ Chabahar ກ່ອນນັ້ນໃນວັນດຽວກັນ
ອີຣານ ກ່າວຫາການກໍ່ການຮ້າຍໂດຍມີຕ່າງປະເທດໜູນຫລັງດຳເນີນເຫດບຸກໂຈມຕີຢູ່ Chabahar - ảnh 1ເຫດວາງລະເບີດຢູ່ນະຄອນ Chabahar, ອີຣານ ພາບ: Twitter

ເຊິ່ງເຮັດໃຫ້ 2 ຄົນເສຍຊີວິດ ແລະ ປະມານ 40 ຄົນໄດ້ຮັບບາດເຈັບ. ໃນສື່ສັງຄົມອອນລາຍ Twitter, ທ່ານ Mohammad Javad Zarif ຂຽນວ່າ: “ພວກກໍ່ການຮ້າຍໄດ້ຮັບການໜູນຫລັງຈາກຕ່າງປະເທດ ໄດ້ເຂັ່ນຂ້າ ແລະ ເຮັດໃຫ້ສາມັນຊົນຫລາຍຄົນໄດ້ຮັບບາດເຈັບຢູ່ Chabahar. ຄືດັ່ງພວກຂ້າພະເຈົ້າເຄີຍເວົ້າແຈ້ງກ່ອນໜ້ານີ້ວ່າ, ບັນດາການກະທຳຄືແນວນັ້ນ ຈະຕ້ອງຖືກລົງໂທດ”.

        ເຫດວາງລະເບີດໃສ່ລົດໄດ້ເກີດຂຶ້ນຢູ່ໃກ້ກັບປ້ອມຕຳຫລວດຢູ່ນະຄອນ Chabahar, ຂຶ້ນກັບແຂວງ Sistan-Baluchistan, ທາງທິດຕາເວັນອອກສ່ຽງໃຕ້ ອີຣານ. ເຈົ້າໜ້າທີ່ທ້ອງຖິ່ນພວມດຳເນີນການສືບສວນເຫດການດັ່ງກ່າວ.

 

ຕອບກັບ

ຂ່າວ/ບົດ​ອື່ນ