​ອີຣານ ຄັດຄ້ານບັນດາປະເທດເຂດອ່າວເປີເຊຍ ແຊກແຊງເຂົ້າການເຈລະຈານິວເຄຼຍ

(VOVWORLD) -ບັນດາປະເທດເຂດອ່າວເປີເຊຍ ຄວນໄດ້ທາບທາມຄຳເຫັນກ່ຽວກັບບັນດາການເຈລະຈາທີ່ອາດຈະດຳເນີນເຊິ່ງກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງເຕເຮຣານ.

​ອີຣານ ຄັດຄ້ານບັນດາປະເທດເຂດອ່າວເປີເຊຍ ແຊກແຊງເຂົ້າການເຈລະຈານິວເຄຼຍ - ảnh 1 ໂຄສົກກະຊວງການຕ່າງປະເທດອີຣານ Saeed Khatibzadeh

(ພາບ: IRNA/ TTXVN)

ວັນທີ 07 ທັນວາ, ອີຣານ ໄດ້ປະຕິເສດຄຳຮຽກຮ້ອງຂອງ ຊະອຸດີ ອາຣາເບຍ ທີ່ວ່າ ບັນດາປະເທດເຂດອ່າວເປີເຊຍ ຄວນໄດ້ທາບທາມຄຳເຫັນກ່ຽວກັບບັນດາການເຈລະຈາທີ່ອາດຈະດຳເນີນເຊິ່ງກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງເຕເຮຣານ. ໂຄສົກກະຊວງການຕ່າງປະເທດອີຣານ Saeed Khatibzadeh ຢືນຢັນວ່າ, ຫຼັກໝັ້ນຂອງເຕເຮຣານ ຄັດຄ້ານການເຈລະຈາຂໍ້ຕົກລົງນິວເຄຼຍຄືນໃໝ່ເຊິ່ງປະເທດນີ້ໄດ້ລົງນາມກັບບັນດາປະເທດມະຫາອຳນາດໃນກຸ່ມ P5+1 (ລວມມີ: ລັດເຊຍ, ອັງກິດ, ຝລັ່ງ, ອາເມລິກາ, ຈີນ ແລະ ເຢຍລິມັນ) ດ້ວຍຊື່ເອີ້ນທາງການວ່າແຜນການດຳເນີນງານລວມຮອບດ້ານ (JCPOA). ທ່ານ Saeed Khatibzadeh ກໍ່ປະຕິເສດຂໍ້ສະເໜີຫວ່າງມໍ່ໆມານີ້ຂອງເຢຍລະມັນ ກ່ຽວກັບຂໍ້ຕົກລົງກວມລວມກວ່າ, ໃນນັ້ນມີທັງການຈຳກັດກ່ຽວກັບໂຄງການລູກສອນໄຟນຳວິຖີຂອງເຕເຮຣານ.

ຕອບກັບ

ຂ່າວ/ບົດ​ອື່ນ