ອີຣານ ຈະມອບກັບດຳເຮືອບິນໂດຍສານຖືກຍິງຕົກໃຫ້ ຢູແກຼນ

(VOVWORLD) - ວັນທີ 18 ມັງກອນ, ເຈົ້າໜ້າທີ່ທ່ານໜຶ່ງຂອງອົງການການບິນ ອີຣານ ໃຫ້ຮູ້ວ່າ: ກັບດຳຂອງເຮືອບິນໂດຍສານລຳຖືກຕົກຢູ່ປະເທດນີ້ຫວ່າງມໍ່ໆມານີ້ ຈະຖືກມອບໃຫ້ ຢູແກຼນ ເພື່ອກວດກາຂໍ້ມູນ. 

ທ່ານ Hassan Rezaeefar ຜູ້ອຳນວຍການອົງການສືບສວນອຸບັດຕິເຫດຂຶ້ນກັບອົງການການບິນ ອີຣານ ຊີ້ແຈ້ງວ່າ: ຕາມການສະເໜີຂອງ ຢູແກຼນ, ກັບດຳຈະຖືກມອບໃຫ້ ຢູແກຼນ.

ອີຣານ ຈະມອບກັບດຳເຮືອບິນໂດຍສານຖືກຍິງຕົກໃຫ້ ຢູແກຼນ - ảnh 1ອີຣານ ຈະມອບກັບດຳເຮືອບິນໂດຍສານຖືກຍິງຕົກໃຫ້ ຢູແກຼນ (ພາບ: THX/TTXVN)

        ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ກ່າວເຕືອນວ່າ ບໍ່ວ່າກົນອຸບາຍໃດໆ ທີ່ຫັນເຫດເຮືອບິນໂດຍສານຂອງ ຢູແກຼນ ຕົກໃນວັນທີ 8 ມັງກອນ ຢູ່ຊານກຳແພງນະຄອນຫລວງ ເຕເຮຣານ ເປັນບັນຫາການເມືອງກໍ່ຕ້ອງຖືກສະກັດກັ້ນ.

        ຖ້ຽວບິນຂອງບໍລິສັດການບິນສາກົນ ຢູແກຼນ ຖືກຍິງຕົກຢູ່ ອີຣານ ໃນຂະນະທີ່ເຮືອບານຫາກໍ່ບິນຂຶ້ນໄປ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ