ອີຣານ ປະກາດ ອາ​ເມ​ລິ​ກາ ຕ້ອງ​ຮັບຜິດຊອບ​ຕໍ່​ເຫດ​ບຸກ​ໂຈມ​ຕີ

(VOVWORLD) -ວັນທີ 3 ມັງກອນ, ສະພາຄວາມໝັ້ນຄົງແຫ່ງຊາດສູງສຸດຂອງ ອີຣານ ໄດ້ໃຫ້ຄໍາໝັ້ນສັນຍາ ຈະໂຕ້ຕອບ “ໃຫ້ຖືກບ່ອນ ແລະ ຖືກຕ້ອງກັບຈຸດເວລາ” ພາຍຫຼັງ ອາເມລິກາ ດໍາເນີນເຫດບຸກໂຈມຕີເຮັດໃຫ້ທ່ານ ພົນຈັດຕະວາ Qasem Soleimani ຫົວໜ້າກອງກໍາລັງ Quds ຂຶ້ນກັບກຳລັງພິທັກຮັກສາປະຕິວັດອິດສະລາມອີຣານ (IRGC) ຖືກເສຍຊີວິດ.

        ໃນຖະແຫຼງການທີ່ໄດ້ຍົກອອກພາຍຫຼັງກອງປະຊຸມວິສາມັນ ກ່ຽວກັບເຫດບຸກໂຈມຕີ, ສະພາຄວາມໝັ້ນຄົງແຫ່ງຊາດສູງສຸດ ອີຣານ ໄດ້ໃຫ້ຂໍ້ຢັ້ງຢືນວ່າ ເລື່ອງ ອາເມລິກາ ບຸກໂຈມຕີ ແນໃສ່ພົນຈັດຕະວາ Qasem Soleimani ຢູ່ ນະຄອນຫຼວງ Baghdad, ປະເທດ ອີຣັກ ແມ່ນຂໍ້ຜິດພາດໃຫຍ່ຫຼວງທີ່ສຸດຂອງ ວໍຊີີງຕັນ ຢູ່ອາຊີຕາເວັນຕົກ, ພ້ອມທັງກ່າວເຕືອນວ່າ ອາມເລິກາ ຈະບໍ່ສາມາດຫຼີກລ້ຽງຜົນຮ້າຍຢ້ອນຫຼັງຂອງການກະທໍາດັ່ງກ່າວໄດ້ຢ່າງງ່າຍດາຍ.

        ແລະ ກໍໃນວັນດຽວກັນ, ທ່ານ Abbas Mousavi ໂຄສົກກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່່າ ອີຣານ ໄດ້ຮຽກຕົວອຸປະທູດຊົ່ວຄາວ ອາເມລິກາ ປະຈໍາ ສະວິດ ເປັນຄັ້ງທີ 2 ແລ້ວ ເພື່ອສະແດງປະຕິກິລິຍາຂອງຕົນຕໍ່ສານຂອງອາເມລິກາ. ການກະທໍາດັ່ງກ່າວ ໄດ້ດໍາເນີນພາຍຫຼັງ ນັກທູດຄົນດັ່ງກ່າວ ສົ່ງຂໍ້ຄວາມຂອງວໍຊິງຕັນ ກ່ຽວກັບເຫດບຸກໂຈມຕີພົນຈັດຕະວາ Soleimani ພຽງແຕ່ 2 – 3 ຊົ່ວໂມງ.


ຕອບກັບ

ຂ່າວ/ບົດ​ອື່ນ