ອີຣານ ຢືນຢັນຄວາມປາຖະໜາຢາກຮັກສາຂໍ້ຕົກລົງນິວເຄຼຍ

(VOVWORLD) - ຢາກຮັກສາຂໍ້ຕົກລົງນິວເຄຼຍ ທີ່ມີຊື່ວ່າ ແຜນການເຄື່ອນໄຫວລວມຮອບດ້ານ (JCPOA) ໄວ້ເຊິ່ງປະເທດນີ້ໄດ້ລົງນາມກັບກຸ່ມ P5+1 ໂດຍບໍ່ຫົວຊາຕໍ່ເລື່ອງ ອາເມລິກາ...

ອີຣານ ຢືນຢັນຄວາມປາຖະໜາຢາກຮັກສາຂໍ້ຕົກລົງນິວເຄຼຍ - ảnh 1 ທ່ານ ປະທານາທິບໍດີ ອີຣານ Hassan Rouhani

(ພາບ: AFP/TTXVN )

ກ່າວຄຳເຫັນໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ໂອຕາລິດ, ວັນທີ 4 ກໍລະກົດ, ທ່ານ ປະທານາທິບໍດີ ອີຣານ Hassan Rouhani ໄດ້ຢັ້ງຢືນຄືນໃໝ່ວ່າ: ຢາກຮັກສາຂໍ້ຕົກລົງນິວເຄຼຍ ທີ່ມີຊື່ວ່າ ແຜນການເຄື່ອນໄຫວລວມຮອບດ້ານ (JCPOA) ໄວ້ເຊິ່ງປະເທດນີ້ໄດ້ລົງນາມກັບກຸ່ມ P5+1 ໂດຍບໍ່ຫົວຊາຕໍ່ເລື່ອງ ອາເມລິກາ ປະກາດຖອນຕົວອອກຈາກຂໍ້ຕົກລົງນີ້. ທ່ານໄດ້ເນັ້ນໜັກເຖິງບັນດາການກະທຳຂອງ ອາເມລິກາ ລ້ວນແຕ່ໄປຝືນກັບທຸກໆຂໍ້ຕົກລົງ, ສັນຕິພາບ ແລະ ສະຖຽນລະພາບ. ທ່ານປະທານາທິບໍດີ ອີຣານ ໄດ້ຊີ້ແຈ້ງເປົ້າໝາຍຂອງຂໍ້ຕົກລົງນີ້ແມ່ນຄັດຄ້ານການແຜ່ຂະຫຍາຍອາວຸດນິວເຄຼຍ ແລະ ຂໍ້ຕົກລົງນີ້ໄດ້ຮັບການສະໜັບສະໜູນຈາກສະພາຄວາມໝັ້ນຄົງ ສປຊ, ກໍ່ຄືສະຫະພາບເອີລົບ (EU), ໃນນັ້ນ ມີໂອຕາລິດ.

        ໂດຍມີການສະໜັບສະໜູນທັດສະນະນີ້, ທ່ານປະທານາທິບໍດີ ໂອຕາລິດ Alexander Van der Bellen ເນັ້ນໜັກວ່າ ປະເທດນີ້ຖືສັນຍາ JCPOA ແມ່ນປັດໄຈສຳຄັນໃນການຕ້ານການແຜ່ຂະຫຍາຍອາວຸດນິວເຄຼຍ, ພ້ອມທັງຢືນຢັນວ່າ ຖ້າຫາກ ເຕເຮຣານ ຕັດສິນໃຈຮັກສາຂໍ້ຕົກລົງນີ້ໄວ້, ໂອຕາລິດ ຈະສືບຕໍ່ສະໜັບສະໜູນການກະທຳນີ້.

ຕອບກັບ

ຂ່າວ/ບົດ​ອື່ນ