ອີຣານ ຮຽກຮ້ອງ ເອີຣົບ ສະແດງຫຼັກໝັ້ນຢ່າງຈະແຈ້ງຕໍ່ຂໍ້ຕົກລົງນິວເຄຼຍ

(VOVWORLD) - ວັນທີ 09 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Javad Zarif ຖະແຫຼງວ່າ ເອີຣົບ ບໍ່ມີສິດຕຳໜິຕິຕຽນ ອີຣານ ຍ້ອນກຳລັງຄວາມສາມາດດ້ານການທະຫານຂອງປະເທດນີ້, ພ້ອມທັງຮຽກຮ້ອງການນຳບັນດາປະເທດ ເອີຣົບ ຫັນການພົວພັນດ້ານເສດຖະກິດກັບ ອີຣານ ເປັນປົກກະຕິ, ຫຼື ຕ້ອງປະເຊີນໜ້າຕໍ່ຜົນຮ້າຍຢ້ອນຫລັງ.

        ທ່ານ Javad Zarif ຊີ້ແຈ້ງວ່າ ບັນດາປະເທດ ເອີຣົບ ບໍ່ມີສິດຕຳໜິຕິຕຽນ ອີຣານ ຍ້ອນບັນດາບັນຫາທີ່ນອນຢູ່ນອກໂຄງການດຳເນີນງານຮ່ວມຮອບດ້ານ (JCPOA - ຊື່ເອີ້ນຢ່າງເປັນທາງການຂອງຂໍ້ຕົກລົງນິວເຄຼຍ ອີຣານ). ເອີຣົບ ແລະ ບັນດາປະເທດເຂົ້າຮ່ວມ JCOPA ຄວນຫັນການພົວພັນດ້ານເສດຖະກິດກັບ ອີຣານ ເປັນປົກກະຕິ.

ອີຣານ ຮຽກຮ້ອງ ເອີຣົບ ສະແດງຫຼັກໝັ້ນຢ່າງຈະແຈ້ງຕໍ່ຂໍ້ຕົກລົງນິວເຄຼຍ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Javad Zarif (ພາບ: IRNA/TTXVN)

        ຂໍ້ຕົກລົງນິວເຄຼຍ ອີຣານ ລົງນາມໃນປີ 2015 ລະຫວ່າງ ເຕເຮຣານ ແລະ ກຸ່ມ P5+1 (ລວມມີ ອັງກິດ, ຝຣັ່ງ, ຈີນ, ລັດເຊຍ, ອາເມລິກາ ແລະ ເຢຍລະມັນ), ແຕ່ເດືອນ ພຶດສະພາ 2018, ອາເມລິກາ ຖະແຫຼງຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍ ອີຣານ ແລະ ຈັດວາງບັນດາມາດຕະການລົງໂທດຕ້ານ ອີຣານ ຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ