ອີຣານ ຮຽກຮ້ອງໄດ້ ເພີ່ມທະວີການເສີມທາດຢູຣານຽມ

ອີຣານ ຮຽກຮ້ອງໄດ້ ເພີ່ມທະວີການເສີມທາດຢູຣານຽມ - ảnh 1
ຈັກພົ້ນ​​ສູນຢູຣານຽມ
(ພາບ: Press TV)


(vovworld) – ວັນ​ທີ 11/01, ອີຣານ ຮຽກຮ້ອງ​ໄດ້​​ເສີມ​ທາດຢູຣານຽມ ຕື່ມ​ອີກ ​ໃນ​ສະພາບ​ທີ່ ມີ​ພຽງ 2 – 3 ວັນ​ອີກ, ການ​ເຈລະຈາ​ລະຫວ່າງ​ອີຣານ ​ແລະ ບັນດາ​ປະ​ເທດ​ມະຫາ​ອຳນາດ​ຝ່າຍ​ຕາ​ເວັນ​ຕົກ ກ່ຽວກັບ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ຄືນ​ໃໝ່ ຢູ່​ເຊີ​ແນ​ວ, ປະ​ເທດ​ຊະ​ວິດ. ​ຜູ້ອຳນວຍການ​ໃຫຍ່​ອົງການ​ພະລັງງານ​ປະລະມາ​ນຸອີຣານ (IAEO) Ali Akbar Salehi, ຊີ​ແຈ້ງວ່າ, ​ໃນ​ຮອບ​ເວລາ 8 ປີ, ອີຣານ ຈະ​ຕ້ອງການ​​ຢູຣານຽມ ​ໄດ້​ຮັບ​ການເສີມ​ແລ້ວ​ຫຼາຍ​ກວ່າ​ທົບ 12 ​ເທົ່າ ​ເມື່ອ​ທຽບ​ໃສ່​ປະຈຸ​ບັນ, ຈາກ 2,5 ​ໂຕນ ​ໃນ​ປະຈຸ​ບັນ, ຂຶ້ນ​ເຖິງ 30 ​ໂຕນ. ​ແຕ່​ວ່າ, ທ່ານ​ຜູ້ອຳ​ນວນ​ການ​ໃຫຍ່ IAEO ​ໃຫ້​ຮູ້​ວ່າ, ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ​ໄດ້​ປະຕິ​ເສດຄຳ​ຮຽກຮ້ອງ​ຂອງ​ປະ​ເທດ​ນີ້ ​ແລະ ບັງຄັບ​ໃຫ້​ອີຣານ ຫຼຸດຜ່ອນ​ຈຳນວນຈັກພົ້ນ​​ສູນ.

ຂ່າວ/ບົດ​ອື່ນ