ອີຣານ ເປີດກ້ວາງບັນຊີລາຍຊື່ລົງໂທດ EU

(VOVWORLD) - ໃນບັນຊີລາຍຊື່ໃໝ່ດັ່ງກ່າວຂອງ ອີຣານ ມີສະມາຊິກຂອງລັດຖະສະພາເອີລົບ, ສະພາແຫ່ງຊາດ ຝລັ່ງ, ບັນນາທິການໃຫຍ່ໜັງສືພິມ Bild ຂອງ ເຢຍລະມັນ ແລະ ຜູ້ນຳໜ້າບັນດາອົງການບໍ່ຂຶ້ນກັບລັດຖະບານມີສຳນັກງານຕັ້ງຢູ່ ອີຢູ...
ອີຣານ ເປີດກ້ວາງບັນຊີລາຍຊື່ລົງໂທດ EU - ảnh 1ພາບປະກອບ

ວັນທີ 26 ຕຸລາ, ກະຊວງການຕ່າງປະເທດ ອີຣານ ໄດ້ປະກາດວ່າ ປະເທດນີ້ໄດ້ເປີດກ້ວາງບັນຊີລາຍຊື່ລົງໂທດສຳລັບ ສະຫະພາບເອີລົບ (EU), ຕາມນັ້ນແລ້ວໄດ້, ເພີ່ມເຕີມ 8 ອົງກອນ ແລະ 12 ບຸກຄົນເຂົ້າໃນບັນຊີລາຍຊື່ນີ້. ໃນບັນຊີລາຍຊື່ໃໝ່ດັ່ງກ່າວຂອງ ອີຣານ ມີສະມາຊິກຂອງລັດຖະສະພາເອີລົບ, ສະພາແຫ່ງຊາດ ຝລັ່ງ, ບັນນາທິການໃຫຍ່ໜັງສືພິມ Bild ຂອງ ເຢຍລະມັນ ແລະ ຜູ້ນຳໜ້າບັນດາອົງການບໍ່ຂຶ້ນກັບລັດຖະບານມີສຳນັກງານຕັ້ງຢູ່ ອີຢູ. ຕາມກະຊວງການຕ່າງປະເທດ ອີຣານ ແລ້ວ, ການກະທຳດັ່ງກ່າວຂອງ ເຕເຮຣານ ເພື່ອແນໃສ່ໂຕ້ຕອບເລືື່ອງວັນທີ 17 ຕຸລາ, ອີຢູ ໄດ້ຈັດວາງຄຳສັ່ງລົງໂທດສຳລັບ 11 ສ່ວນບຸກຄົນ ແລະ 4 ອົງກອນຂອງ ອີຣານ. ຕາມນັ້ນແລ້ວ, ບັນດາບຸກຄົນ ແລະ ສະມາຊິກຂອງບັນດາອົງກອນຖືກລົງໂທດຈະຖືກ ອີຢູ ຫ້າມອອກວີຊາໃຫ້ ແລະ ປິດລ້ອມຊັບສົມບັດ.

        ກ່ອນໜ້ານັ້ນ, ອາເມລິກາ, ອັງກິດ ແລະ ການາດາກໍ່ໄດ້ຈັດວາງຄຳສັ່ງລົງໂທດສຳລັບບັນດາສ່ວນບຸກຄົນ ແລະ ອົງກອນ ຢູ່ ອີຣານ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ