ອີຣານ ແລະ 2 ປະເທດເອີລົບ ກ່າວເຕືອນຜົນຮ້າຍຢ້ອນຫຼັງຖ້າຫາກອາເມລິກາປະລະຂໍ້ຕົກລົງນິວເຄຼຍ

(VOVWORLD) -ວັນທີ 19 ເມສາ, ອີຣານ ໄດ້ກ່າວເຕືອນອາເມລິກາ ກ່ຽວກັບບັນດາຜົນຮ້າຍຢ້ອນຫຼັງທີ່ “ບໍ່ສະບາຍ” ຖ້າຫາກ ວໍຊິງຕັນ ປະລະຂໍ້ຕົກລົງນິວເຄຼຍເມື່ອປີ 2015 (ຫຼືເອີ້ນວ່າ ແຜນການກະທຳລວມຮອບດ້ານ - JCPOA)
ອີຣານ ແລະ 2 ປະເທດເອີລົບ ກ່າວເຕືອນຜົນຮ້າຍຢ້ອນຫຼັງຖ້າຫາກອາເມລິກາປະລະຂໍ້ຕົກລົງນິວເຄຼຍ - ảnh 1 (ພາບປະກອບ: Real Iran)

ທີ່ໄດ້ຮັບການລົງນາມລະຫວ່າງອີຣານ ກັບກຸ່ມ P5+1 (ລວມມີ ອັງກິດ, ຝັ່ງ, ລັດເຊຍ, ຈີນ ແລະ ອາເມລິກາ ພ້ອມກັບເຢຍລະມັນ).

      ຊ່ອງໂທລະພາບແຫ່ງລັດອີຣານ ໄດ້ຄັດຄຳເວົ້າຂອງທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Javad Zarif ເມື່ອທ່ານໄປເຖິງນິວຢອກ, ອາເມລິກາ, ທ່ານຊີ້ແຈ້ງວ່າ ອີຣານມີບາງວິທີການ ໃນກໍລະນີອາເມລິກາ ຖອນອອກຈາກຂໍ້ຕົກລົງນິວເຄຼຍ, ພ້ອມທັງຢືນຢັນວ່າ, ປະຕິກິລິຍາຂອງເຕເຮຣານ ຕໍ່ເລື່ອງອາເມລິກາ ປະລະຂໍ້ຕົກລົງແມ່ນ “ບໍ່ສະບາຍ”.

      ກ່ອນໜ້ານັ້ນ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ນາບຂູ່ວ່າ ຈະຖອນອອກຈາກຂໍ້ຕົກລົງເຊິ່ງທ່ານຖືວ່າແມ່ນ “ຊົ່ວຮ້າຍ” ແລະ ໄດ້ກຳນົດເວລາໃນວັນທີ 12 ພຶດສະພາ ໃຫ້ແກ່ອັງກິດ, ຝລັ່ງ, ເຢຍລະມັນ ເພື່ອປັບປຸງບາງມາດຕາໃນຂໍ້ຕົກລົງນິວເຄຼຍ 2015 ຫຼື ທ່ານຈະປະຕິເສດການຜ່ອນສັ້ນຜ່ອນຍາວບັນດາມາດຕະການລົງໂທດຂອງອາເມລິກາ ສຳລັບອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ