ອີ​ຣານ ແລະ ຢູ​ແກຼນ ພ້​ອມ​ກັບ​ແກ້​ກັບ​ດຳ​ຂອງ​ເຮືອ​ບິນ​ຕົກ​ຢູ່ ອີ​ຣານ

(VOVWORLD) -ວັນທີ 1 ກຸມພາ, ທ່ານລັດຖະມົນຕີກະຊວງພັດທະນາຄົມມະນາຄົມ ແລະ ຕົວເມືອງ ອີຣານ Mohammad Eslami ໃຫ້ຮູ້ວ່າ ປະເທດນີ້ ແລະ ຢູແກຼນ ພວມພ້ອມກັນແກ້ກັບດຳຂອງ ເຮືອບິນ ຢູແກຼນ ທີ່ຖືກຍິງຕົກ ຢູ່ເຕເຮຣານໃນວັນທີ 8 ມັງກອນ.
ອີ​ຣານ ແລະ ຢູ​ແກຼນ ພ້​ອມ​ກັບ​ແກ້​ກັບ​ດຳ​ຂອງ​ເຮືອ​ບິນ​ຕົກ​ຢູ່ ອີ​ຣານ - ảnh 1ກັບດຳຂອງເຮືອບິນຂອງບໍລິສັດການບິນສາກົນ ຢູແກຼນທີ່ຖືກຕົກຢູ່ ເຕເຮຣານໃນວັນທີ 8 ມັງກອນ 2020 (ພາບ: AFP/TTXVN ) 

ໜັງສືພິມລາຍວັນ Tehran Times ໄດ້ຄັດສະເໜີຄຳຢັ້ງຢືນຂອງ ທ່ານ Eslami ວ່າ ຄະນະກຳມະການສືບສວນອຸບັດຕິເຫດເຮືອບິນລວມມີບັນດານັກຊ່ຽວຊານ ອີຣານ ແລະ ຢູແກຼນ ພວມພ້ອມກັນແກ້ກັບດຳຕາມມາດຕະຖານຂອງ ອົງການເຮືອບິນພົນລະເມືອງສາກົນ (ICAO)… ຖ້າວ່າກຸ່ມສືບສວນດັ່ງກ່າວບໍ່ສາມາດແກ້ໄດ້ຂໍ້ມູນຂ່າວສານ, ຈະວາງອອກການຕັດສິນອື່ນ.

        

ຕອບກັບ

ຂ່າວ/ບົດ​ອື່ນ