ອີຣານ ແລະ ອີຣັກ ເພີ່ມທະວີການຮ່ວມມືທາງດ້ານປ້ອງກັນຊາດ

(VOVWORLD) - ວັນທີ 02 ກັນຍາ, ສຳນັກຂ່າວສານ IRNA ຂອງ ອີຣານ ໄດ້ໃຫ້ຂ່າວວ່າ, ທ່ານຮອງຫົວໜ້າເສນາທິການໃຫຍ່ບັນດາກຳລັງປະກອບອາວຸດ ອີຣານ, ພົນວາທີ Qadir Nezamipour

ໄດ້ພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອີຣັກ Mahmoud Al-Hayali ແລະ 2 ຝ່າຍໄດ້ປຶກສາຫາລືກ່ຽວກັບເລື່ອງຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ.

        ທີ່ການພົບປະ, ເຈົ້າໜ້າທີ່ 2 ທ່ານດັ່ງກ່າວ ໄດ້ຮຽກຮ້ອງໃຫ້ເປີດກ້ວາງ ແລະ ຊຸກຍູ້ການຮ່ວມມື 2 ຝ່າຍ. 2 ຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບການເຈລະຈາ 4 ຝ່າຍລະຫວ່າງ ອີຣານ, ລັດເຊຍ, ອີຣັກ ແລະ ຊີຣີ. ທ່ານລັດຖະມົນຕີ Hayali ໄດ້ສະແດງໃຫ້ເຫັນຄວາມ ພ້ອມແລ້ວທີ່ຈະປະຕິບັດບັນດາຂໍ້ຕົກລົງ ແລະ ສົນທິສັນຍາ ຊຶ່ງການນຳກອງທັບຂັ້ນສູງຂອງ 2 ປະເທດໄດ້ລົງນາມ. ພ້ອມກັນນັ້ນ, ທ່ານ Hayali ກໍ່ຂອບໃຈ ອີຣານ ກ່ຽວກັບການຮ່ວມມືໃນການສູ້ຮົບຕ້ານກຸ່ມກໍ່ການຮ້າຍລັດອິດສະລາມ (IS).

ຕອບກັບ

ຂ່າວ/ບົດ​ອື່ນ